ເຊີນຮ່ວມຍືນຊອງປະມູນ ການກໍ່ສ້າງ ອາຄານຮຽນ ຊັ້ນປະຖົມ ທີ່ແຂວງຫຼວງພະບາງ

ເອສ໌ວີເອ (SVA) ເປັນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ (NGO)  ມີສຳນັກງານໃຫຍ່ປະຈຳຢູ່ປະເທດຍີ່ປຸ່ນທີ່ ດໍາເນີນໂຄງການການຊ່ວຍເຫຼືອ ໃນຂົງເຂດວຽກງານການສຶກສາ ແລະ ວັດທະນະທຳຢູ່ ສປປ ລາວນັບຕັ້ງແຕ່ 1992 ເປັນຕົ້ນມາ. ປະຈຸບັນ ອົງການ SVA ຈັດຕັ້ງປະຕິບັດໂຄງການກໍ່ສ້າງອາຄານຮຽນຊັ້ນປະຖົມຢູ່ແຂວງຫຼວງພະບາງ ດ້ວຍທຶນຊ່ວຍເຫຼືອລ້າຈາກເອກະຊົນຂອງຄົນຍີ່ປຸ່ນ. ປີ 2024 ອົງການມີແຜນຈະດຳເນີນໂຄງການກໍ່ສ້າງອາຄານຮຽນຊັ້ນປະຖົມໃຫ້ແກ່ 2 ບ້ານເປົ້າໝາຍຂອງໂຄງການເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

1).  ບ້ານ ລ້ອງລາດ ເມືອງໂພນໄຊ ແຂວງຫຼວງພະບາງ ອາຄານຮຽນ 1 ຫຼັງ 2 ຫ້ອງ

2).  ບ້ານ ຫ້ວຍລໍເທິງ ເມືອງງອຍ ແຂວງຫຼວງພະບາງ ອາຄານຮຽນ 1 ຫຼັງ 3 ຫ້ອງ, ຫ້ອງນ້ຳ 1 ຫຼັງ 2 ຫ້ອງ, ອ່າງລ້າງມື 1 ອ່າງ

ລາຍລະອຽດເພີ່ມເຕີ່ມ ກະລຸນາກົດເຂົ້າເບິ່ງລີ້ງນີ້ 👉 https://rb.gy/p1fjpg

ໝາຍເຫດ:

– ທຸກໆຫ້ອງຮຽນຕ້ອງປະກອບມີເຄື່ອງເຟີນີເຈີຄົບຊຸດເຊັນ: ໂຕະ-ຕັ່ງຄູ-ນັກຮຽນ, ຕູ້ໃສ່ປຶ້ມ, ກະດານດຳຕາມ​ທີ່​ລະ​ບຸ​ໄວ້​ໃນ​ໃບ​ສະ​ເໜີ​ລາ​ຄາ.

– ໄລຍະທາງແຕ່ນະຄອນຫຼວງພະບາງຫາບ້ານຫ້ວຍລໍ​ເທິງ 160 ກມ (ທາງປູຢາງ 120 ກມ, ທາງປູຫີນກາບ 20 ແລະ ທາງດິນແດງ 20 ກມ) ສາມາດເດີນທາງດ້ວຍລົດໃຫຍ່ໄດ້, ແຕ່ຊ່ວງລະດູຝົນເດີນທາງຂ້ອນຂ້າງຫຍຸ້ງຍາກ ເພາະເສັ້ນທາງບໍ່ທັນລາດຢາງ.

– ໄລຍະທາງແຕ່ນະຄອນຫຼວງພະບາງຫາບ້ານລ້ອງ​ລາດ 97 ກມ (ທາງປູຢາງ 64 ກມ, ທາງປູຫີນກາບ 33 ກມ) ສາມາດເດີນທາງດ້ວຍລົດໃຫຍ່ໄດ້, ແຕ່ຊ່ວງລະດູຝົນເດີນທາງຂ້ອນຂ້າງຫຍຸ້ງຍາກ ເພາະເສັ້ນທາງບໍ່ທັນລາດຢາງ.

ເອກະສານທີ່ທາງອົງການຕ້ອງການມີຄື:

  1. ໃບສະເໜີລາຄາ ມູນຄ່າການກໍ່ສ້າງ ອາຄານຮຽນ, ຫ້ອງນໍ້າ ແລະ ອ່າງລ້າງມື (ຕາມແບບທີ່ຄັດຕິດມາ) ອົງການສະເໜີໃຫ້ບໍລິສັດຄິດໄລ່ມູນຄ່າການກໍ່ສ້າງແມ່ນໃຫ້ແຍກຄ່າຂົນສົ່ງອອກຕ່າງຫາກຢູ່ໃນໃບສະເໜີລາຄາ.
  2. ຂໍ້ມູນຂອງບໍລິສັດ (ໃບທະບຽບບໍລິສັດຮັບເໝົາກໍ່ສ້າງ, ໃບທະບຽນອາກອນ, ໃບອະນຸຍາດດໍາເນີນທຸລະກິດ, ໃບສະຖານະການເງິນ ແລະ ໃບຢັ້ງຢືນປະສົບການການເຮັດວຽກຂອງບໍລິສັດ ໂດຍສະເພາະທາງດ້ານການກໍ່ສ້າງອາຄານຮຽນ

ກຳນົດເວລາ ແລະ ສະຖານທີ່ສົ່ງເອກະສານ:

– ເລີ່ມແຈກຊອງປະມູນ ວັນທີ  14/06/2024

– ສົ່ງໃບສະເໜີລາຄາ ແລະ ເອກະສານຊອງປະມູນແມ່ນບໍ່ກາຍວັນທີ  28/6/2024 (ຕາມ ໂມງລັດຖະການ)

ສະຖານທີ່ຮັບສົ່ງເອກະສານປະມູນ: ອົງການພັດທະນາເດັກລາວ-ຍີ່ປຸ່ນ SVA. ບ້ານ ນາສ້າງເຫວີຍ, ນະຄອນຫລວງພະບາງ, ແຂວງຫລວງພະບາງ ໂທລະສັບ: 071 253 738, 071 254 079.

Save & Share