Call for Proposals

ປະມູນຮັບເໝົາກໍ່ສ້າງ 100% ໃນໂຄງການ ກໍ່ສ້າງ-ຕໍ່ເຕີມອາຄານແມ່ ແລະ ເດັກ ໂຮງໝໍນ້ອຍ ມົກໂຄ, ເມືອງປາກແບງ, ແຂວງອຸດົມໄຊ

ໜັງສືເຊີນການເຂົ້າຮ່ວມປະມູນ

 

ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດຫ້າງຮ້ານທີ່ມີປະສົບການ ເພື່ອເຂົ້າ ຮ່ວມການປະມູນ, ລາຍລະອຽດດັ່ງລຸ່ມນີ້:

ບໍລິສັດຮັບເໝົາກໍ່ສ້າງ 100% ໃນໂຄງການກໍ່ສ້າງ: ໂຄງການກໍ່ສ້າງ-ຕໍ່ເຕີມອາຄານແມ່ ແລະ ເດັກ

ໂຮງໝໍນ້ອຍ ມົກໂຄ, ເມືອງປາກແບງ, ແຂວງອຸດົມໄຊ

(ກະລຸນາດາວໂຫຼດຕາມລິ້ງດ້ານລຸ່ມ ສໍາລັບລາຍການລະອຽດຂອງວັດສະດຸ ແລະ ແບບ)

 

ເງື່ອນໄຂ ແລະ ເອກະສານ​ທີ່​ຄັດ​ຕິດ:

ບໍລິສັດ/ຜູ້ໃຫ້ບໍລິການ ທີ່ສົນໃຈ ຕ້ອງສົ່ງເອກະສານລຸ່ມນີ້

  1. ໃບສະເໜີລາຄາ                                                                                         1 ຊຸດ
  1. ລວມໄລຍະເວລາການກໍ່ສ້າງ                                                                         1 ຊຸດ
  2. ສໍາເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​ ປີ 2021                                 1 ຊຸດ
  3. ສໍາ​ເນົາໃບຢັ້ງຢືນການ​​ເສຍ​ພາສີ​ອາກອນປະຈໍາປີ 2020 (ຈ່າຍປີ 2021)               1 ຊຸດ
  4. ເອກະສານ ອື່ນໆກ່ຽວຂ້ອງ (ຕາມເງື່ອນໄຂ ຢູ່ໃນຊອງເອກະສານປະມູນ)

ບໍລິສັດທີ່ມີຄວາມສົນໃຈກະລຸນາດາວໂລດເອົາເງື່ອນໄຂ, ແບບຟອມຕາມລິ້ງ https://bit.ly/3qFZr2q ຫຼື ຕິດຕໍ່ຫາອີແມວ Keota.Khounphon@plan-international.org ແລະ Huethor.Lee@plan-international.org

ວັນ ແລະ ເວລາກຳນົດສົ່ງ: ມື້ສຸດທ້າຍໃນການຢື່ນເອກະສານການປະມູນແມ່ນ: ວັນທີ 07/12/2021, ເວລາ 17:00 ໂມງແລງ ແລະ ສົ່ງເອກະສານການປະມູນທີ່ຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ຕາມທີ່ຢູ່ ແລະ ອີແມວຂ້າງລຸ່ມນີ້ ນັບແຕ່ມື້ປະກາດເປັນຕົ້ນໄປ.

ຫ້ອງການອົງການແພລນ ປະຈໍາ ນະຄອນຫຼວງວຽງຈັນ
ເຮືອນເລກທີ 203, ໜ່ວຍ 10, ບ. ໂພນສີນວນ, ມ. ສີສັດຕະນາກ,
ນະຄອນຫຼວງວຽງຈັນ, ສປປ ລາວ ໂທຣ: +856 (0) 21 353 409 -11,
ແຟັກ: +856 (0) 21 313 512
ອີແມວ: Laos.procurement@plan-international.org

Keota.Khounphon@plan-international.org

ຫ້ອງການອົງການແພລນ ປະຈໍາ ແຂວງອຸດົມໄຊ

ບ້ານ ໜອງແມງດາ, ເມືອງໄຊ, ແຂວງອຸດົມໄຊ ສປປ ລາວ.

ໂທລະສັບ: (081) 312535 / 312536

Save & Share