ປະກາດ ການປະມູນການຜະລິດກະເປົາ

ປະກາດ ການປະມູນການຜະລິດກະເປົາ

   ອົງການກູດເນເບີສລາວ ມີຄວາມຍິນດີຕ້ອນຮັບບັນດາບໍລິສັດຮັບເໝົາຜະລິດກະເປົາ ທີ່ມີໃບອະນຸຍາດດຳເນີນທຸລະກິດຢ່າງເປັນທາງການ ແລະ ຖືກຕ້ອງຕາມກົດໝາຍ ເຂົ້າຮ່ວມການປະມູນ ຕາມລາຍການດັ່ງນີ້:

  • ກະເປົາເປ້ ນັກຮຽນ ຈຳນວນ 2300 ໜ່ວຍ ມີລາຍລະອຽດ: ກ້ວາງ 25 ຊມ, ສູງ 34 ຊມ, ໜາ 12 ຊມ, ຜ້າ 100% recycle polyester,ສີ ຂຽວ
  • ການປະກອບເອກະສານ.
    1. ສຳເນົາໃບອະນຸຍາດດຳເນີນທຸລະກິດ, ທະບຽນວິສາຫະກິດ, ທະບຽນອາກອນ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງໃນສົກປີ 2021-2022 ແລະ ສໍາເນົາການມອບພັນທະໃຫ້ລັດຂອງສົກປີຜ່ານມາ
    2. ສຳເນົາໂຄງຮ່າງການຈັດຕັ້ງຂອງບໍລິສັດ
    3. ແຜນໄລຍະເວລາ ການຜະລິດ
    4. ປະກອບຈຳນວນພົນເຂົ້າໃນການຜະລິດ
    5. ສຳເນົາເອກະສານຢັ້ງຢືນຜົນງານຜ່ານມາ
    6. ເງິນຄໍ້າປະກັນຊອງປະມູນຕໍ່າສຸດບໍ່ໃຫ້ຫລຸດ 2% ຂອງມູນຄ່າສະເໜີ (ເງິນສົດ ຫລື ແຊັກທະນາຄານ)
    7. ໃບສະເໜີລາຄາການຜະລິດ ແລະ ເອກະສານທີ່ກ່ຽວຂ້ອງ.
    8. ຖືເອກະສານສະຖານະພາບທາງດ້ານການເງິນຈາກທະນາຄານເປັນ ໂດລາສະຫະລັດ ຫຼື ກີບ ທີ່ເປັນບັນຊີຂອງບໍລິສັດເອງ ໃນຫົກເດືອນລົງມາ (ຕົ້ນສະບັບ)
  • ການລົງທະບຽນຮັບຮອງປະມູນ, ການສົ່ງເອກະສານ ແລະ ການເປີດຊອງປະມູນ
    1. ລົງທະບຽນ ແລະ ສົ່ງຊອງປະມູນອອກໜັງສືຮອງຮັບຂອງປະມູນບໍລິສັດລະ 100,000 ກີບ, ສະຖານທີ່ລົງທະບຽນແມ່ນຫ້ອງການອົງກູດເນເບີສ໌ ລາວ, ເລີ່ມແຕ່ວັນທີ 18/08/2023 ຫາ ວັນທີ 25 /08/ 2023
    2. ບໍລິສັດຕ້ອງສົ່ງຊອງປະມູນກ່ອນເວລາ 17:00ໂມງແລງ ຂອງວັນທີ 18-25/08/2023 ທີ່ຫ້ອງການອົງກູດເນເບີສ໌ ລາວ.
    3. ພິທີເປີດຊອງປະມູນ ແມ່ນຈະຈັດຢູ່ທີ່ຫ້ອງປະຊຸມອົງກູດເນເບີສ໌ ລາວ ສຳນັກງານໃຫຍ່ ບ້ານສີສັງວອນ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.​ ຄັ້ງວັນທີ່ວັນທີ່ 30/8/2023,​. ໂດຍຊ່ອງໜ້າຄະນະກໍາມະການປະມູນ ແລະ ບໍລິສັດທີ່ເຂົ້າຮ່ວມການປະມູນ.
  • ໜ້າທີ່ ແລະ ຂໍ້ຜູກພັນລະຫວ່າງບໍລິສັດເຂົ້າຮ່ວມປະມູນກັບຄະນະຮັບຜິດຊອບການປະມູນ.
    1. ບໍລິສັດທີ່ເຂົ້າຮ່ວມປະມູນຕ້ອງໄດ້ລົງທະບຽນຮອງຮັບທີ່ຄະນະກຳມະການປະມູນໄດ້ກະກຽມໄວ້
    2. ບໍລິສັດທີ່ເຂົ້າຮ່ວມການປະມູນຈະຕ້ອງນຳໃຊ້ຊອງສະເໜີລາຄາຂອງຕົນໄປສົ່ງໃຫ້ຄະນະຮັບຜິດຊອບການປະມູນດ້ວຍຕົວເອງຕາມວັນເວລາທີ່ໄດ້ກຳນົດໄວ້ຂ້າງເທີງ ແລະ ສາມາດເຂົ້າຮ່ວມການເປີດຊອງນຳຄະນະຮັບຜິດຊອບການປະມູນ.
    3. ຄະນະກຳມະການປະມູນຈະພິຈາລະນາຄັດເລືອກເອົາບໍລິສັດທີ່ຊະນະການປະມູນຈາກເງື່ອນໄຂ ແລະ ມູນຄ່າທີ່ແຕ່ລະບໍລິສັດສະເໜີມາໃນມື້ເປີດຊອງປະມູນຕາມທີ່ໄດ້ກຳນົດໄວ້ໃນຂໍ້ I ແລະ II ຂອງບົດແນະນໍາສະບັບນີ້.
    4. ພາຍຫັລງເປີດຊອງປະມູນແລ້ວຄະນະກຳມະການປະມູນຕ້ອງເຮັດບົດລາຍງານໃຫ້ຂັ້ນເທິງ, ເພື່ອຕົກລົງຮັບຮອງເອົາບໍລິສັດທີ່ຊະນະການປະມູນຈາກນັ້ນ ຈຶ່ງແຈ້ງຄຳຕົກລົງໃຫ້ບໍລິສັດເຂົ້າຮ່ວມການປະມູນຊາບຢ່າງເປັນທາງການ ພາຍໃນ 5 ວັນ ຫຼັງເປີດຊອງປະມູນ.
    5. ບໍລິສັດທີ່ໄດ້ຮັບການຕົກລົງເປັນຜູ້ຊະນະການປະມູນ ຕ້ອງໄດ້ເຂົ້າມາເຮັດສັນຍາຮັບເໝົາການຜະລິດກັບເຈົ້າຂອງໂຄງ ການພາຍໃນ 7 ວັນ ນັບແຕ່ມື້ໄດ້ຮັບແຈ້ງການຈາກຄະນະກຳມະການປະມູນເປັນຕົ້ນໄປ. ຖ້າກາຍກຳນົດທາງຄະນະກຳມະການປະມູນຈະຖືວ່າບໍລິສັດນັ້ນສະລະສິດ ແລະ ເງິນທີ່ຄໍ້າປະກັນການປະມູນນັ້ນຈະຖືກຢຶດເປັນຄ່າປັບໄໝໃນຕົວ.
    6. ພາຍຫລັງປະກາດຮັບຮອງເອົາຜູ້ຊະນະການປະມູນແລ້ວ,​ ຄະນະການປະມູນຈະສົ່ງເງິນຄໍ້າປະກັນການປະມູນຄືນໃຫ້ບໍລິສັດທີ່ຊະນະການປະມູນ 2% ພາຍຫັລງເຊັນສັນຍາແລ້ວ.
    7. ບໍລິສັດທີ່ຊະນະການປະມູນຕ້ອງໄດ້ວາງເງິນຄໍ້າປະກັນສັນຍາຕໍ່າສຸດບໍ່ໃຫ້ຫລຸດ 10% ຂອງມູນຄ່າສັນຍາ ແລະ ເຈົ້າຂອງໂຄງການຈະສົ່ງເງິນຄືນຜູ້ຮັບເໝົາຫັລງຈາກປະຕິບັດວຽກສຳເລັດ 30%​ ຂອງມູນຄ່າໂຄງການ.
    8. ໃນກໍລະນີຜູ້ຊະນະການປະມູນບໍ່ມາເຮັດສັນຍາກັບເຈົ້າຂອງໂຄງການ ຄະນະກຳມະການປະມູນຈະເຈລະຈາກັບບໍລິສັດຖັດໄປເພື່ອເຂົ້າເຮັດສັນຍາໃໝ່ ແລະ ສະເໜີຂັ້ນເທິງອອກຂໍ້ຕົກລົງຮັບຮອງເອົາ.
    9. ສຳລັບບໍລິສັດທີ່ສະເໜີລາຄາໃນລຳດັບ 3 ຫາລໍາດັບສຸດທ້າຍຄະນະກຳມະການປະມູນຈະສົ່ງເງິນຄໍ້າປະກັນຊອງປະມູນຄືນໃນມື້ປະກາດຜົນການປະມູນ, ສ່ວນບໍລິສັດສະເໜີລາຄາໃນລໍາດັບ 1-2 ກໍາມະການປະມູນຈະຮັກສາ ເງິນຄໍ້າປະກັນຊອງປະມູນນັ້ນໄວ້ ແລະ ຈະສົ່ງຄືນພາຍຫັລງເຮັດສັນຍາຮັບເໝົາການຜະລິດແລ້ວ.

ດັ່ງນັ້ນ ຖ້າຫາກບໍລິສັດໃດມີຄວາມສົນໃຈ ແລະ ຢາກສະໝັກເຂົ້າຮ່ວມໃນການປະມູນການຜະລິດໃນຄັ້ງນີ້ ກະລຸນາເຂົ້າມາພົວພັນຢື່ນຊອງປະມູນ ຈາກພາກສ່ວນທີ່ກ່ຽວຂ້ອງຂອງອົງການກູດເນເບີສ໌ ປະຈຳ ສປປ ລາວ ເຊີ່ງຈະໄດ້ເລີ່ມເປີດ ຕັ້ງແຕ່ວັນທີ່ 18/08/2023 ຫາ ວັນທີ 25 /08/ 2023 ຕາມໂມງເວລາລັດຖະການ.

  • ພົວພັນໄດ້ທີ່ຫ້ອງການໃຫ່ຍປະຈຳນະຄອນຫຼວງວຽງຈັນທ່ານນາງ ພອນແກ້ວ ເກດຫົງສາ

    ໂທ: 020 55598795/021 415711

    ອີເມວ: phonekeo@gnlaos.org

    ສະນັ້ນ, ຈິ່ງແຈ້ງມາເພື່ອຊາບ ແລະ ຫວັງຢ່າງຍິ່ງວ່າ ບໍລິສັດ ຄົງສະລະເວລາອັນມີຄ່າ ເຂົ້າຮ່ວມການປະມູນຄັ້ງນີ້ດ້ວຍ.

ອົງການກູດເນເບີສ໌ ປະຈຳ ສປປ ລາວ

 

Attachments

Save & Share