ປະກາດແຈ້ງການ ເຂົ້າຮ່ວມສົມທຽບລາຄາບໍລິການ ປິ້ຍົນ
- Plan International Laos
- May 19, 2025
- 1 week ago
ປະກາດແຈ້ງການ
ເຂົ້າຮ່ວມສົມທຽບລາຄາບໍລິການ ປິ້ລົດໄຟ
ອົງການແພລນສາກົນ ແມ່ນອົງການສາກົນທີ່ພັດທະນາຊຸມຊົນໂດຍຖືເອົາ ເດັກນ້ອຍເປັນໃຈກາງ ພວກເຮົາຊ່ວຍເຫຼືອເດັກທຸກຍາກຢູ່ຫຼາຍປະເທດທີ່ກຳລັງພັດທະນາໃນທົ່ວໂລກ. ປັດຈຸບັນອົງການແພລນ ສາກົນປະຈໍາ ສປປ ລາວ ກໍາລັງຈັດຕັ້ງປະຕິບັດໂຄງການຢູ່ 3 ແຂວງ: ແຂວງ ບໍ່ແກ້ວ, ອຸດົມໄຊ ແລະ ສາລະວັນ ແລະ ມີຫ້ອງການໃຫຍ່ຢູ່ນະຄອນຫຼວງວຽງຈັນ. ແຕ່ລະປີອົງການແພລນໄດ້ມີພະນັກງານຫຼາຍທ່ານ ເດີນທາງໄປຕ່າງແຂວງ ໂດຍການເສັ້ນທາງ ທາງອາກາດ ສະນັ້ນ, ອົງການແພລນສາກົນ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດ ຫຼື ຕົວແທນຈຳໜ່າຍທີ່ມີປະສົບການນການບໍລິການຈອງ ແລະ ຂາຍປີ້ຍົນສາຍການບິນພາຍໃນ ເຂົ້າຮ່ວມສົມທຽບລາຄາໃນຄັ້ງນີ້. ທ່ານສາມາດປະກອບເອກະສານ ສົມທຽບລາຄາ ຕາມເງື່ອນໄຂລຸ່ມນີ້:
ເງື່ອນໄຂ ແລະ ເອກະສານທີ່ຕ້ອງການ
- ສຳເນົາ ທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ ທີ່ຍັງໃຊ້ໄດ້ 1 ຊຸດ
- ສຳເນົາ ໃບຢັ້ງຢືນເສຍພາສີອາກອນປະຈໍາປີ 2024 1 ຊຸດ
- ໃບສະເໜີລາຄາ ຄ່າບໍລິການບໍ່ປ່ຽນແປງ ພາຍໃນ 2 ປີ 1 ຊຸດ
- ເອກະສານອື່ນໆຕາມເງື່ອນໄຂທີ່ໄດ້ລບຸໃນເງື່ອນໄຂການສົມທຽບລາຄາ
ບັນດາບໍລິສັດ/ຕົວແທນທີມີຄວາມສົນໃຈກະລຸນາພົວພັນເອົາເອກະສານ ແລະ ປະກອບເອກະສານສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້.
ມື້ສຸດທ້າຍໃນການຢື່ນຊອງສົມທຽບລາຄາ ແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 30 ພຶດສະພາ (5) ປີ 2025.
ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ
ເຮືອນເລກທີ 203, ໜ່ວຍ 10, ບ. ໂພນສີນວນ ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ
ໂທຣ: +856 (0) 21 353 409 -11
ແຟັກ: +856 (0) 21 313 512