ບໍລິສັດຮັບເໝົາກໍ່ສ້າງ 100% ໃນໂຄງການກໍ່ສ້າງ-ສອ້ມແປງຫ້ອງນໍ້າ, ຮາງລ້າງມື ແລະ ນໍ້າໃຊ້ ສໍາລັບ 10 ໂຮງຮຽນ (ໃນນີ້ຕ້ອງການເຈາະນໍ້າບາດານ ພາຍໃນ 6 ໂຮງຮຽນ) ຂອງເມືອງ ຫຼາ ແລະ ເມືອງ ນາໝໍ້

ໜັງສືເຊີນການເຂົ້າຮ່ວມປະມູນ

 

ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດຫ້າງຮ້ານທີ່ມີປະສົບການ ເພື່ອເຂົ້າຮ່ວມການປະມູນ, ລາຍລະອຽດດັ່ງລຸ່ມນີ້:

ບໍລິສັດຮັບເໝົາກໍ່ສ້າງ 100% ໃນໂຄງການກໍ່ສ້າງ-ສອ້ມແປງຫ້ອງນໍ້າ, ຮາງລ້າງມື ແລະ ນໍ້າໃຊ້ ສໍາລັບ 10 ໂຮງຮຽນ (ໃນນີ້ຕ້ອງການເຈາະນໍ້າບາດານ ພາຍໃນ 6 ໂຮງຮຽນ) ຂອງເມືອງ ຫຼາ ແລະ ເມືອງ ນາໝໍ້:

ເມືອງຫຼາ: 4 ແຫ່ງ (ໂຮງຮຽນປະຖົມພູແທ່ນ, ໂຮງຮຽນປະຖົມຕະໂລະລົມ, ໂຮງຮຽນປະຖົມມົກໂຮງ ແລະ ໂຮງຮຽນມັດທະຍົມຕອນຕົ້ນພູແທ່ນ)

ເມືອງນາໝໍ໊: 6 ແຫ່ງ (ໂຮງຮຽນປະຖົມນາໂຮມ, ໂຮງຮຽນປະຖົມປາງດູ່, ໂຮງຮຽນປະຖົມປາງທອງ, ໂຮງຮຽນປະຖົມພູທອງ, ໂຮງຮຽນປະຖົມພູລີ ແລະ ໂຮງຮຽນມັດທະຍົມຕອນຕົ້ນປາງທອງ)

(ກະລຸນາເຂົ້າມາພົວພັນກັບທາງຫ້ອງການ ແພລນ ສຳລັບລາຍການລະອຽດຂອງວັດສະດຸ)

ເງື່ອນໄຂ ແລະ ເອກະສານ​ທີ່​ຄັດ​ຕິດ:

ຜູ້ສະຫນອງເຄື່ອງ/ຜູ້ໃຫ້ບໍລິການ ຕ້ອງສົ່ງເອກະສານ:

  1. ໃບສະເໜີລາຄາ                                                                                                   1 ຊຸດ
  2. ສໍາ​ເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​  ປີ 2024                                          1 ຊຸດ
  3. ສໍາເນົາ ໃບຢັ້ງຢືນການ​​ເສຍ​ພາສີ​ອາກອນປະຈໍາປີ 2023 (ຈ່າຍປີ 2024)                        1 ຊຸດ
  4. ເອກະສານ ອື່ນໆທີ່ກ່ຽວຂ້ອງ (ລາຍລະອຽດແມ່ນຢູ່ໃນຊອງປະມູນ)                                 1 ຊຸດ

ວັນ ແລະ ເວລາສຸດທ້າຍ ໃນການຢື່ນເອກະສານການປະມູນ ແມ່ນ 5:00 ໂມງແລງ ຂອງວັນທີ 10 ກໍລະກົດ (07) ປີ 2024

ກະລຸນາສົ່ງມາທີ່ຫ້ອງການແຕ່ລະບ່ອນຕາມທີ່ທ່ານສະດວກດັ່ງລຸ່ມນີ້:

ເຖິງ: ໜ່ວຍງານບໍລິຫານ ແລະ ຈັດຊື້ ປະຈຳຫ້ອງການອົງການແພລນ:

ຫ້ອງການອົງການແພລນ ປະຈໍາວຽງຈັນ
ຫ້ອງການອົງການແພລນ ປະຈໍາ ແຂວງ ອຸດົມໄຊ

ເຮືອນເລກທີ 203, ໜ່ວຍ 10, ບ. ໂພນສີນວນ

ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທຣ:  +856 (0) 21 353 409 -11,

ແຟັກ: +856 (0) 21 313 512
ບ້ານ ໜອງແມງດາ

ເມືອງ ໄຊ, ແຂວງ ອຸດົມໄຊ ສປປ ລາວ

ໂທ: (081) 312535 / 312536

 

ໝາຍເຫດ:

1, ເອກະສານ ແລະ ຂໍ້ມູນ​ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ

2, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ (ຖ້າບໍລິສັດໃດມີການຄິດໄລ່ຜິດພາດຈະບໍ່ໄດ້ພິລະນາຕາມເງື່ອນໄຂ)

Attachments

Save & Share