ການເຊີນເຂົ້າຮ່ວມການປະມູນເພື່ອສະໜອງອຸປະກອນລະບົບໂທລະໂຄ່ງ
- SNV
- June 1, 2026
- 10 hours ago
ເຊີນເຂົ້າຮ່ວມປະມູນ
ເຖິງ: ບໍລິສັດ ແລະ ຮ້ານຄ້າ ທີ່ນັບຖື
ເລື່ອງ: ການເຊີນເຂົ້າຮ່ວມການປະມູນເພື່ອສະໜອງອຸປະກອນລະບົບໂທລະໂຄ່ງ
ອົງການພັດທະນາຂອງປະເທດເນເທີແລນ SNV ປະຈໍາລາວ ມີຄວາມຍິນດີ ຂໍແຈ້ງໃຫ້ທ່ານຊາບວ່າ ທາງອົງ ການຂອງພວກເຮົາ ມີຈຸດປະສົງທີ່ຈະດໍາເນີນການປະມູນ ເພື່ອສະໜອງອຸປະກອນລະບົບໂທລະໂຄ່ງ ໃຫ້ແກ່ບ້ານເປົ້າໝາຍຂອງໂຄງການ ທີ່ຢູ່ເມືອງສົບເບົາ, ເມືອງວຽງໄຊ ແລະ ເມືອງຊໍາເຫນືອ ແຂວງຫົວພັນ.
ດັ່ງນັ້ນ, ຖ້າຫາກບໍລິສັດ ແລະ ຮ້ານຄ້າ ທີ່ຖືທະບຽນວີສາຫະກິດຖືກຕ້ອງ ຫາກມີຄວາມສົມໃຈ ຢາກເຂົ້າຮ່ວມໃນການປະມູນຄັ້ງນີ້ ກະລຸນາເຂົ້າມາພົວພັນເອົາຊ່ອງປະມູນລາຍລະອຽດລາຍການເຄື່ອງໃນເວລາໂມງລັດຖະການ ຕາມກໍານົດເວລາດັ່ງລຸ່ມນີ້:
ກໍານົດການແຈກຢາຍເອກະສານ ແລະ ຍື່ນຊອງການປະມູນ ແມ່ນເລີ່ມແຕ່ວັນທີປະກາດ ຫາ ວັນທີ 12 ເດືອນ 6 ປີ 2026 ໂມງລັດຖະການ ທີ່ຫ້ອງການອົງການພັດທະນາຂອງປະເທດເນເທີແລນ SNV ປະຈໍາລາວ, ບ້ານ ສະພານທອງໃຕ້, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ ຫຼື ຕິດຕໍ່ຕາມ email: laprocurement@snv.org , 021 413 291, 020 5237 1671
ຂໍ້ມູນເພີ່ມຕື່ມ: ຂັ້ນຕອນໃນການປະມູນຈະຢູ່ໃນໃບປະມູນ ແລະ ຈະບໍ່ມີຄ່າໃຊ້ຈ່າຍໃດໆ
ສະນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຫວັງຢ່າງເປັນຍິ່ງວ່າ ບໍລິສັດ ແລະ ຮ້ານຄ້າ ຂອງທ່ານຄົງສະຫຼະເວລາອັນມີຄ່າ ເພື່ອເຂົ້າຮ່ວມການປະມູນນໍາອົງການຂອງພວກເຮົາໃນຄັ້ງນີ້ດ້ວຍ.
ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖື.
ອົງການ ພັດທະນາຂອງ ປະເທດເນເທີແລນ SNV ປະຈໍາລາວ
ພະແນກການເງິນ ແລະ ຈັດຊື້ – ຈັດຈ້າງ
Invitation to Bid for Loudspeaker System at Sopbao, Viengxay and Samnue Districts in Houaphanh Province
SNV is a not-for-profit international development organization that applies practical knowledge to make a lasting difference in the lives of people living in poverty. We use our extensive and long-term in-country presence to apply and adapt our expertise in agri-food, energy, and water systems to local contexts.
SNV is implementing Nutrition Awareness and WASH facilities improved Project and Project funded by The Global Agriculture and Food Security Program (GAFSP). The project aims to improve household nutrition through the production of nutrient-dense crops at the household level.
In this context, SNV invites eligible suppliers to submit bids for the supply and installation of loudspeaker systems, including transportation to target villages in three districts (Samnue, Viengxay, and Sopbao) in Houaphanh Province.
Eligible bidders with a valid business license in Lao PDR are requested to contact the Front Desk Officer at the SNV Office in Saphanthong Tai Village, Lao PDR. Tel: 021 413291, 020 5237 1671 or email: laprocurement@snv.org for the bidding documents.
The bidding document includes a Request for Quotation (RFQ) that provides instructions to Bidders. The bidders should submit a fully completed RFQ in hard copy to the SNV office on Friday, 12 June 2026.
Please note that no cost or payment is required to receive the RFQ. SNV has a zero-tolerance policy on fraud and corruption.
