ການເຊີນເຂົ້າຮ່ວມການປະມູນ ສະເໜີລາຄາຜະລິດເສື້ອ ໂປໂລ
- SNV
- October 13, 2025
- 4 days ago
ເຊີນເຂົ້າຮ່ວມປະມູນ
ເຖິ່ງ: ບໍລິສັດ ແລະ ຮ້ານຄ້າ ທີ່ ນັບຖື
ເລື່ອງ: ການເຊີນເຂົ້າຮ່ວມການປະມູນ ສະເໜີລາຄາຜະລິດເສື້ອ ໂປໂລ
ອົງການ ພັດທະນາຂອງ ປະເທດເນເທີແລນ SNV ປະຈໍາລາວ ມີຄວາມຍິນດີ ຂໍແຈ້ງໃຫ້ທ່ານຊາບວ່າ ທາງອົງການຂອງພວກເຮົາ ມີຈຸດປະສົງທີ່ຈະດໍາເນີນການປະມູນ ເພື່ອສະໜອງ ຜະລິດເສື້ອ ໂປໂລ ເຊິ່ງມີລາຍລະອຽດດັ່ງນີ້:
No.
DESCRIPTION/ລາຍລະອຽດເຄື່ອງ
ຫົວໜວ່ຍ
ຈໍານວນ
1
Polo t-shirt (Blue color with logo in the back, cotton)
ໂຕ
3650
ດັ່ງນັ້ນ ຖ້າຫາກບໍລິສັດ ແລະ ຮ້ານຄ້າ ທີ່ຖືທະບຽນວີສາຫະກິດຖືກຕ້ອງ ຫາກມີຄວາມສົມໃຈ ຢາກເຂົ້າຮ່ວມໃນການປະມູນຄັ້ງນີ້ ກະລຸນາເຂົ້າມາພົວພັນເອົາຊ່ອງປະມູນ ໃນເວລາໂມງລັດຖະການ ຕາມກໍານົດເວລາດັ່ງລຸ່ມນີ້:
ກໍານົດການແຈກຢາຍເອກະສານ ແລະ ຍື່ນຊອງການປະມູນ ແມ່ນເລີ້ມແຕ່ວັນທີ່ປະກາດ ຫາ ວັນທີ່ 15 ຕຸລາ 2025 ໂມງລັດຖະການ ທີ່ຫ້ອງການ ອົງການ ພັດທະນາຂອງ ປະເທດເນເທີແລນ SNV ປະຈໍາລາວ, ບ້ານ ສະພານທອງໃຕ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ຫຼື ຕິດຕໍ່ຕາມ email: laprocurement@snv.org , 021 413 291, 020 5237 1671 ຂໍ້ມູນເພີມຕືມ. ຂັ້ນຕອນໃນການປະມູນຈະຢູ່ໃນໃບປະມູນ ແລະ ຈະບໍ່ມີຄ່າໃຊ້ຈ່າຍໃດໃດ
ສະນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຫວັງຢ່າງຍິ່ງວ່າ ບໍລິສັດ ແລະ ຮ້ານຄ້າ ຂອງທ່ານຄົງສະຫຼະເວລາອັນມີຄ່າ ເພື່ອເຂົ້າຮ່ວມການປະມູນນໍາອົງການຂອງພວກເຮົາໃນຄັ້ງນີ້ດ້ວຍ.
ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖື.
ອົງການ ພັດທະນາຂອງ ປະເທດເນເທີແລນ SNV ປະຈໍາລາວ
ຈັດຊື້ – ຈັດຈ້າງ
Dear Sir/ Madam,
You are invited to submit your tender in response to the attached Request for Quotations.
SNV intends to enter into a contract to purchase Polo T-shirt with the winning bidder. The overarching project within which this assignment will sit is funded by World food programme and thus subject to their terms and conditions in the Lead Contract with SNV.
In this context, SNV invites eligible suppliers to submit bids for to purchase Polo T-shirt
No.
DESCRIPTION/ລາຍລະອຽດເຄື່ອງ
ຫົວໜວ່ຍ/Unit
ຈໍານວນ/Total
1
Polo t-shirt (Blue color with logo in the back, cotton)
ໂຕ/each
3650
Eligible bidders with a valid business license in Lao PDR are requested to contact the Front Desk Officer at the SNV Office in Saphanthong Tai Village, Lao PDR. Tel: 021 413291, 020 5237 1671 or email: laprocurement@snv.org for the bidding documents. The bidding document includes a Request for Quotation (RFQ) that provides instructions to Bidders. The bidders should submit a fully completed RFQ in hard copy to the SNV office by 17:00 hrs Lao Time, Wednesday, 17 October 2025.
Please note that no cost or payment is required to receive the RFQ. SNV has a zero-tolerance policy on fraud and corruption.
We look forward to receiving your quote,
Kind regards,
Procurement team