Call for Grant Applications

ໜັງສືເຊີນເຂົ້າຮ່ວມປະມູນລາຄາການກໍສ້າງ ຢູ່ເມືອງຫຼາ ແລະ ເມືອງນາໝໍ້ ແຂວງ ອຸດົມໄຊ

ໜັງສືເຊີນການເຂົ້າຮ່ວມປະມູນ

 

ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດຫ້າງຮ້ານທີ່ມີປະສົບການ ເພື່ອເຂົ້າຮ່ວມການປະມູນ, ລາຍລະອຽດດັ່ງລຸ່ມນີ້:

ບໍລິສັດຮັບເໝົາກໍ່ສ້າງ 100% ໃນໂຄງການກໍ່ສ້າງ-ສອ້ມແປງຫ້ອງນໍ້າ, ຮາງລ້າງມື ແລະ ນໍ້າໃຊ້ ສໍາລັບ 7 ໂຮງຮຽນ ຂອງເມືອງ ຫຼາ ແລະ ເມືອງ ນາໝໍ້:

ເມືອງຫຼາ: 3 ແຫ່ງ (ໂຮງຮຽນປະຖົມຫ້ວຍແພ, ໂຮງຮຽນປະຖົມຫົວແກ້ງ ແລະ ໂຮງຮຽນປະຖົມມົກຕົນ)

ເມືອງນາໝໍ໊: 4 ແຫ່ງ (ໂຮງຮຽນປະຖົມໄຊສໍາພັນ, ໂຮງຮຽນປະຖົມນໍ້າວຶ່ນເໜືອ, ໂຮງຮຽນປະຖົມປາງສາ ແລະ ໂຮງຮຽນປະຖົມຫ້ວຍຫົກ)

(ກະລຸນາເຂົ້າມາພົວພັນກັບທາງຫ້ອງການ ແພລນ ສຳລັບລາຍການລະອຽດຂອງວັດສະດຸ)

ເງື່ອນໄຂ ແລະ ເອກະສານ​ທີ່​ຄັດ​ຕິດ:

ຜູ້ສະຫນອງເຄື່ອງ/ຜູ້ໃຫ້ບໍລິການ ຕ້ອງສົ່ງເອກະສານ:

  1. ໃບສະເໜີລາຄາ                                                                                                   1 ຊຸດ
  2. ສຳ​ເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​  ປີ 2023                                                  1 ຊຸດ
  3. ສຳ​ເນົາ ໃບຢັ້ງຢືນການ​​ເສຍ​ພາສີ​ອາກອນປະຈໍາປີ 2022 (ຈ່າຍປີ 2023)                                     1 ຊຸດ
  4. ເອກະສານ ອື່ນໆທີ່ກ່ຽວຂ້ອງ (ລາຍລະອຽດແມ່ນຢູ່ໃນຊອງປະມູນ)                                            1 ຊຸດ

ວັນ ແລະ ເວລາສຸດທ້າຍ ໃນການຢື່ນເອກະສານການປະມູນ ແມ່ນ 5:00 ໂມງແລງ ຂອງວັນທີ  29 ສິງຫາ (08) ປີ 2023

ກະລຸນາສົ່ງມາທີ່ຫ້ອງການແຕ່ລະບ່ອນຕາມທີ່ທ່ານສະດວກດັ່ງລຸ່ມນີ້:

ເຖິງ: ໜ່ວຍງານບໍລິຫານ ແລະ ຈັດຊື້ ປະຈຳຫ້ອງການອົງການແພລນ:

ຫ້ອງການອົງການແພລນ ປະຈໍາວຽງຈັນ
ຫ້ອງການອົງການແພລນ ປະຈໍາ ແຂວງ ອຸດົມໄຊ

ເຮືອນເລກທີ 203, ໜ່ວຍ 10, ບ. ໂພນສີນວນ

ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ, ສປປ ລາວ

ໂທຣ:  +856 (0) 21 353 408 -11,

ແຟັກ: +856 (0) 21 313 512
ບ້ານ ໜອງແມງດາ

ເມືອງ ໄຊ, ແຂວງ ອຸດົມໄຊ ສປປ ລາວ

ໂທ: (081) 312535 / 312536

 

ໝາຍເຫດ:

1, ເອກະສານ ແລະ ຂໍ້ມູນ​ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ

2, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ (ຖ້າບໍລິສັດໃດມີການຄິດໄລ່ຜິດພາດຈະບໍ່ໄດ້ພິລະນາຕາມເງື່ອນໄຂ)

Attachments

Save & Share