ປະກາດຄືນໃໝ່_ໜັງສືເຊີນເຂົ້າຮ່ວມສົມທຽບລາຄາ ການສະໜອງ ສິ່ງພິມ

ໜັງສີເຊີນເຂົ້າຮ່ວມສົມທຽບລາຄາ ການສະໜອງ ສິ່ງພິມ

          ອົງການແພລນ ປະຈຳ ສປປ ລາວ ແມ່ນອົງການຈັດຕັ້ງສາກົນ ທີພັດທະນາຊຸມຊົນໂດຍຖືເອົາເດັກນ້ອຍເປັນໃຈການ, ພວກເຮົາຊ່ວຍເຫຼືອເດັກນ້ອຍທຸກຢາກຢູ່ຫຼາຍປະເທດທີ່ກຳລັງພັດທະນາໃນທົ່ວໂລກ. ປະຈຸບັນອົງການແພລນ ກຳລັງຈັດຕັ້ງປະຕິບັດໂຄງການຢູ່ 4 ແຂວງຄື: ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ສາລະວັນ ແລະ ມີຫ້ອງການໃຫ່ຍຢູ່ວຽງຈັນ.

ອົງການແພລນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນ ມາຍັງເຈົ້າຂອງກິດຈະການ, ບຸກຄົນ ແລະ ນິຕິບຸກຄົນ ໃນຟື້ນທີ່ນະຄອນຫຼວງວຽງຈັນ ທີ່ສົນໃຈປະກອບເອກະສານ ສົມທຽບລາຄາ ຕາມລາຍລະອຽດ ແລະ ເງື່ອນໄຂລຸ່ມນີ້:

ລາຍລະອຽດການຜະລິດ

  • ສິ່ງພິມ: ຜະລິດເສື້ອໂປໂລ, ເສື້ອ T-Shirt, ເສື້ອແຈັກເກັດ, ກະເປົາຫິ້ວ, ກະເປົາເປ້, ກະເປົາພາຍ, ໝວກ,ບິກ, ຄັນຮົ່ມ, ກະຕຸກນ້ຳຮ້ອນ-ເຢັນ, ຈອກນ້ຳຮ້ອນ (ພ້ອມສະກຣີນ ຫຼື ປັກແຊ່ວ) ແລະ ຜະລິດປື້ມຄູ່ມື, ປື້ມແບບຮຽນ, ປື້ມລາຍງານ, ໂປຼດສເຕີ, ແບນເນີ, ແລະ ການພິມອື່ນໆ ທີ່ຜະລີດດ້ວຍເຈ້ຍ…

ເງື່ອນໄຂ ແລະ ເອກະສານທີ່ຄັດຕິດ:

  • ໃບສະເໜີລາຄາ ທີ່ເປັນລາຄາຄົງທີ ບໍມີການປ່ຽນແປງພາຍໄລຍະ 1 ປີ              1 ຊຸດ
  • ສຳເນົາ ທະບຽນວິສາຫະກິດ ແລະ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​        1 ຊຸດ
  • ສຳ​ເນົາ ໃບ​​ເສຍ​ພາສີ​ອາກອນປະຈໍາປີ 2022                                                1 ຊຸດ

 

ບັນດາບໍລິສັດ ຫຼື ນິຕິບຸກຄົນ ທີ່ມີຄວາມສົນໃຈກະລຸນາ ເຂົ້າມາເອົາເອກະສານສົມທຽບລາຄາ ແລ້ວປະກອບເອກະສານສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້ ແລະ ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 04 ສິງຫາ 2023

ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ

ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ  ສປປ ລາວ

ໂທຣ:  +856 (0) 21 353 409 -11, ແຟັກ:      +856 (0) 21 313 512   ຕຸ້ ປນ 6026

 

ໝາຍເຫດ:

  • ບໍລິສັດ ຫຼື ບຸກຄົນທີ່ມາຍື່ນເອກະສານສົມທຽບລາຄາ ຕ້ອງທີ່ຍີນດີທີ່ຈະເຮັດສັນຍາໄລຍະຍາວ ກັບອົງການ, ຮັບເງິນໂອນ, ຮັບແຊັກ (Check), ແລະ ສາມາດຕິດໜີ້ໄດ້.
  • ເອກະສານ ແລະ ຂໍ້ມູນ​ຖືກ​ຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ (ຖ້າມີການຄິດໄລ່ຜິດພາດຈະບໍ່ໄດ້ພິລະນາຕາມເງື່ອນໄຂ).
  • ເອກະສານທີ່ທາງບໍລິສັດໄດ້ສົ່ງຫາ ອົງການແລ້ວບໍ່ສາມາດຖອນຄືນໄດ້.

Attachments

Save & Share