Invitation to Tender for Legal Advisor

ໜັງສືເຊີນຍື່ນຊອງປະມູນ ສຳລັບທີ່ປຶກສາທາງກົດໝາຍ

ເປີດປະມູນ ວັນທີ: 9/11/2026

ອົງການ ຮາໂລທຣາດສ໌ທ໌ ຂໍເຊີນທ່ານເຂົ້າຮ່ວມຍື່ນໃບສະເໜີລາຄາ ສຳລັບການໃຫ້ບໍລິການທີ່ປຶກສາດ້ານກົດໝາຍ ເປັນໄລຍະເວລາ 2 ປີ. ອົງການ ຮາໂລທຣາດສ໌ທ໌ ມີຈຸດປະສົງທີ່ຈະເຊັນສັນຍາຜູ້ສະໜອງຫຼັກກັບບໍລິສັດ/ໂຮງງານ ທີ່ມີຄຸນສົມບັດຄົບຖ້ວນ ເພື່ອໃຫ້ບໍລິການທີ່ປຶກສາດ້ານກົດໝາຍ ຕາມທີ່ລະບຸໄວ້ລຸ່ມນີ້ ເປັນໄລຍະເວລາ 2 ປີ.

ຜູ້ຍື່ນປະມູນສາມາດຮັບເອກະສານປະມູນໄດ້ຈາກ ອົງການ ຮາໂລ ຕາມທີ່ຢູ່ຫ້ອງການໃດໜຶ່ງລຸ່ມນີ້:

  • ຫ້ອງການ ນະຄອນຫຼວງວຽງຈັນ – ບ້ານ ໂພນໄຊ, ເຮືອນເລກທີ: 006/7, ໜ່ວຍ 01, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສປປ ລາວ
  • ຫ້ອງການ ເຊໂປນ (ສຳນັກງານໃຫຍ່) – ບ້ານ ຫ້ວຍແຈ້ງເກົ່າ, ເສັ້ນທາງເລກ9, ເມືອງ ເຊໂປນ, ແຂວງ ສະຫວັນນະເຂດ, ສປປ ລາວ

ຫຼື ອີກທາງເລືອກໜຶ່ງ ຜູ້ຍື່ນປະມູນສາມາດຮ້ອງຂໍເອກະສານປະມູນທາງອີເມລໄດ້ໂດຍການສົ່ງອີເມລຫາ: logistics@halolaos.org

ເອກະສານປະມູນ ປະກອບມີ:

  1. ຄຳແນະນຳໃນການຍື່ນເອກະສານ
  2. ແບບຟອມໃບສະເໜີລາຄາຂອງຜູ້ສະໜອງ
  3. ປະສົບການທີ່ຜ່ານມາ ແລະ ໃນປະຈຸບັນ
  4. ແບບສອບຖາມຜູ້ສະໜອງ
  5. ຕົວຢ່າງ ສັນຍາຜູ້ສະໜອງຫຼັກ

ກຳນົດເວລາສຸດທ້າຍໃນການຍື່ນຂໍ້ສະເໜີທີ່ສົມບູນແມ່ນ: 17/11/2026. ການຍື່ນຊອງປະມູນຊ້າກວ່າກຳນົດຈະຖືກຕັດສິດ.

ອົງການ ຮາໂລ ຈະພິຈາລະນາທຸກໆຂໍ້ສະເໜີ ແລະ ຈະປະກາດຜົນການປະມູນໂດຍອີງໃສ່ການປະເມິນດ້ານຄຸນນະພາບ, ຂໍ້ກຳນົດທາງດ້ານເຕັກນິກ, ໄລຍະເວລາ, ແລະ ຄວາມຄຸ້ມຄ່າຂອງສິນຄ້າ/ບໍລິການ ທີ່ໄດ້ສະເໜີ.

ຄຳຖາມໃດໆ ທີ່ກ່ຽວຂ້ອງກັບການປະມູນຕ້ອງສົ່ງຫາ ອົງການ ຮາໂລ ພາຍໃນວັນທີ 17/11/2026 ຜ່ານທາງອີເມລ: logistics@halolaos.org

ອົງການ ຮາໂລ ຈະແບ່ງປັນຄຳຕອບຂອງທຸກໆຄຳຖາມໃຫ້ກັບຜູ້ຍື່ນປະມູນທຸກໆທ່ານ.

ທຸກໆຂໍ້ຕົກລົງທີ່ໄດ້ເຊັນສັນຍາກັນ ອັນເປັນຜົນມາຈາກການເຊີນປະມູນນີ້ ຈະຢູ່ພາຍໃຕ້ຂໍ້ກຳນົດ ແລະ ເງື່ອນໄຂຂອງສັນຍາຜູ້ສະໜອງຫຼັກຂອງ ອົງການ ຮາໂລ, ເວັ້ນເສຍແຕ່ມີການຕົກລົງເປັນອື່ນຢ່າງຈະແຈ້ງເປັນລາຍລັກອັກສອນ.

ຜູ້ຍື່ນປະມູນທຸກໆທ່ານ ຈະໄດ້ຮັບການຕິດຕໍ່ຫາ ກ່ຽວກັບຜົນຂອງການປະມູນ.

ອົງການ ຮາໂລ ຂໍສະຫງວນສິດໃນການປະຕິເສດຂໍ້ສະເໜີໃດໜຶ່ງ ຫຼື ທັງໝົດ. ອົງການ ຮາໂລ ຈະບໍ່ຮັບຜິດຊອບຕໍ່ຄ່າໃຊ້ຈ່າຍໃດໆ ທີ່ເກີດຂຶ້ນໃນການຍື່ນຂໍ້ສະເໜີປະມູນ.

“English Version”

Publication date: 9/11/2026

The HALO Trust invites you to submit quotations for the provision of Legal Advisor for a period of 2 years. HALO intends to enter into a preferred supplier agreement with a qualified company to supply Legal advisor listed below for a period of 2 years.

Bidders may obtain bidding documents from HALO from one of our below office locations:

  • Vientiane Office – Phonxay village, House No.: 006/7 unit 01, Saysettha district, Vientaine Capital, Lao PDR
  • Sepon Office (HQ) – Houychengkhao Village, Road 9, Sepon District, Savannakhet, Lao PDR

Alternatively bidders may request a copy of the bidding documents electronically by emailing logistics@halolaos.org

Bidding Documents include:

  • Instructions for Submission
  • Supplier Quotation Form
  • Past and Current Experiences
  • Supplier Questionnaire
  • Sample Preferred Supplier Agreement

Deadline for submission of complete offer is: 17/11/2026 Late bids will be disqualified.

HALO will consider all submissions and make an award based on an assessment of the quality, technical requirements, lead times and value for money of the goods/services offered.

Any questions relating to the tender must be submitted to HALO by 17/11/2026 via email to logistics@halolaos.org

HALO will share answers to all questions with all bidders.

Any and all agreements entered into as a result of this call will be subject to the Terms and Conditions of HALO’s Preferred Supplier Agreement, unless expressly agreed otherwise in writing.

All bidders will be contacted with the outcome of the award.

HALO reserves the right to reject any and all proposal. HALO shall not be liable for any costs incurred in the submission of any proposal.

Attachments

Save & Share