Health and Nutrition Officer
ADRA Lao PDR

Details
Description
ອົງການພັດທະນາ ແລະ ບັນເທົາທຸກ (ADRA) ປະຈໍາ ສປປ ລາວ ແມ່ນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ມີເຄືອຂ່າຍຢູ່ຫຼາຍກ່ວາ 115 ປະເທດທົ່ວໂລກ. ອົງການ ອາດຣາ ປະຈໍາ ສປປ ລາວ ຈັດຕັ້ງປະຕິບັດໂຄງການພັດທະນາຊຸມຊົນໃນຂະແໜງການປັບປຸງຊີວິດການເປັນຢູ່, ກະສິກຳ, ສຸຂະພາບ ແລະ ການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ. ໃນຊ່ວງເວລາວິກິດ ອາດຣາ ແມ່ນໄດ້ມີການຕອບສະໜອງຕໍ່ໄພພິບັດໂດຍຜ່ານເຄືອຂ່າຍສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ. ນັບແຕ່ປີ 1992 ເປັນຕົ້ນມາ, ອາດຣາ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໂຄງການ 150 ກວ່າໂຄງການກວມເອົາ 13 ແຂວງທົ່ວປະເທດ.
ອົງການ ອາດຣາ ປະຈໍາ ສປປ ລາວ ໄດ້ຮັບທຶນເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມສຸຂະພາບ ແລະ ໂພຊະນາການແບບເຊື່ອມສານເມືອງໝອກ (INHIM) ຈາກ Canadian Foodgrains Bank ແລະ ອົງການ ADRA Canada. ເພື່ອແກ້ໄຂບັນຫາການຂາດໂພຊະນາການຜ່ານການຮ່ວມມືກັບຫຼາຍຂະແໜງການ ແລະ ການຈັດຕັ້ງປະຕິບັດມາດຕະການທາງກົງ-ທາງອ້ອມ ຕິດພັນກັບການສົ່ງເສີມບົດບາດຍິງຊາຍ ແລະ ການມີສ່ວນຮ່ວມ ເພື່ອສົ່ງເສີມໃຫ້ສຸຂະພາບ ແລະ ໂພຊະນາການຂອງກຸ່ມເປົ້າໝາຍດີຂຶ້ນ ໂດຍສະເພາະແມ່ນແມ່ຍິງໄວຈະເລີນພັນ, ເດັກລຸ່ມ 05 ປີ ແລະ ໄວໜຸ່ມ ໃນ 20 ບ້ານເປົ້າໝາຍຂອງເມືອງໝອກ, ແຂວງຊຽງຂວາງ.
ອົງການ ອາດຣາ ປະຈໍາ ສປປ ລາວ ກຳລັງຊອກຫາບຸກຄົນທີ່ມີຄວາມຕັ້ງໃຈ ແລະ ມີຄຸນສົມບັດທີ່ເໝາະສົມເພື່ອເຂົ້າຮ່ວມທີມຂອງພວກເຮົາໃນຕໍາແໜ່ງ Health and Nutrition Officers/ວິຊາການສົ່ງເສີມສຸຂະພາບ ແລະ ໂພຊະນາການ ປະຈຳຢູ່ຫ້ອງການ ເມືອງໝອກ ແຂວງຊຽງຂວາງ:
The Health and Nutrition Officer performs a variety of technical and administrative functions including implementation and co-ordination of INHIM health and nutrition activities; partner and government relations; project reporting; networking; and monitoring and evaluation.
ວິຊາການສົ່ງເສີມສຸຂະພາບ ແລະ ໂພຊະນາການ ຈະຕ້ອງປະຕິບັດໜ້າທີ່່ ທາງດ້ານເທັກນິກ ແລະ ການບໍລິຫານໄດ້ຫລາຍຢ່າງ ລວມທັງການດຳເນີນປະຕິບັດ ແລະ ປະສານງານທາງດ້ານກິດຈະກຳດ້ານສຸຂະພາບ ແລະ ໂພສະນາການຂອງໂຄງການ INHIM, ຄູ່ຮ່ວມງານ ແລະ ກ່ຽວພັນກັບລັດຖະບານ, ບົດລາຍງານໂຄງການ, ເຄືອຂ່າຍ, ແລະ ການຕິດຕາມ ແລະ ການປະເມີນຜົນ.
Key Selection Criteria/ເກນການຄັດເລືອກ
- Bachelor’s degree in health, rural and community development, or relevant field of study/ຈົບປະລິນຍາຕີໃນດ້ານສຸກຂະພາບ, ພັດທະນາຊຸມຊົນ ແລະ ຊົນນະບົດ ຫລື ສາຂາທີ່ກ່ຽວຂ້ອງກັບໜ້າວຽກ
- Demonstrated professional experience of at least 3 years working with international development programs applying technical expertise, knowledge and skills in the health sector/ສະແດງໃຫ້ເຫັນເຖິງປະສົບການຢ່າງເປັນມືອາຊີບຢ່າງໜ້ອຍ 3 ປີ ໃນການເຮັດວຽກຮ່ວມກັບອົງການຈັດຕັ້ງສາກົນ ໃນການນຳໃຊ້ຄວາມຊຳນິຊຳນານທາງດ້ານວິຊາການ ແລະ ທັກສະຄວາມຮູ້ທາງດ້ານສຸກຂະພາບ
- Demonstrated experience working with government counterparts and multiple stakeholders to mobilise and implement project activities with solid understanding of Lao PDR health systems, protocols, policies, practices, and participatory approaches to rural development/ສະແດງໃຫ້ເຫັນປະສົບການເຮັດວຽກຮ່ວມກັບພາກລັດ ແລະ ຄູ່ຮ່ວມງານຫຼາຍຝ່າຍ ໃນການລະດົມ ແລະ ຈັດຕັ້ງປະຕິບັດກິດຈະກໍາໂຄງການ ພ້ອມທັງມີຄວາມເຂົ້າໃຈລະບົບສາທະລະນະສຸກໃນ ສປປ ລາວ, ລະບຽບການຕ່າງໆ, ເຂົ້າໃຈນະໂຍບາຍຂອງລັດ ແລະ ວິທີການຈັດຕັ້ງປະຕິບັດຕ່າງໆ ແລະ ແນວທາງການມີສ່ວນຮ່ວມໃນການພັດທະນາຊົນນະບົດ
- Ability to work independently, plan, prioritise, solve problems and make sound decisions/ສາມາດເຮັດວຽກແບບອິດສະຫຼະໄດ້, ຮູ້ຈັກວາງແຜນ, ຈັດບຸລິມະສິດ, ແກ້ໄຂບັນຫາ ແລະ ຕັດສິນໃຈໄດ້ດີ.
- Display a positive attitude and have exceptional interpersonal and communication skills; fluent in Lao language, with Khmu, Hmong and English language highly regarded/ສະແດງໃຫ້ເຫັນທັດສະນະຄະຕິທີດີ, ມີມະນຸດສຳພັນ ລະຫວ່າງບຸກຄົນ ແລະ ທັກສະໃນການສື່ສານທີ່ດີເລີດ; ສາມາດເວົ້າພາສາລາວ ໄດ້ຄ່ອງແຄ້ວ, ພາສາຂະມຸ, ພາສາມົ້ງ ແລະ ພາສາອັງກິດ ແມ່ນຈະໄດ້ຮັບການພິຈາລະນາພິເສດ
- Working knowledge of Microsoft Office software programs/ ມີຄວາມຮູ້ໃນການນຳໃຊ້ ໂປຣແກຣມ ໄມໂຄຼຊອບ ອອບຟິສ
ເອກະສານສະໝັກ:
- ຈົດໝາຍສະໝັກວຽກ ໂດຍອະທິບາຍລະອຽດວ່າຕົນບັນລຸເງື່ອນໄຂຂ້າງເທິງແນວໃດ ພ້ອມທັງແຮງຈູງໃຈ ຕໍ່ຕຳແໜ່ງດັ່ງກ່າວ.
- ຊີວະປະຫວັດຫຼ້າສຸດ ພ້ອມທັງລະບຸຜູ້ອ້າງອີງທີ່ເຊື່ອຖືໄດ້ 3 ທ່ານ.
- ໃບຢັ້ງຢືນຕ່າງໆ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ.
ສະໝັກຜ່ານລິ້ງ: https://forms.gle/Q1V8gLTvMBD6WvFn6
Deadline for applications – 4 November 2026/ປິດຮັບສະໝັກ ວັນສຸກ ທີ່ 4 ພະຈິກ 2026.
ADRA encourages qualified and experienced women, persons with disability, and people from ethnic minority backgrounds to apply/ ອາດຣາ ສະໜັບສະໜຸນໃຫ້ແມ່ຍິງ, ຄົນພິການ ແລະ ຄົນຊົນເຜົ່າທີ່ມີຄຸນສົມບັດເໝາະສົມ ແລະ ມີປະສົບການເຂົ້າມາສະໝັກ.
English application is preferred while Lao application is also acceptable. Only shortlisted candidates will be contacted for interviews/ຜູ້ສະໝັກທີ່ສາມາດສື່ສານພາສາອັງກິດໄດ້ແມ່ນຈະດີຫຼາຍ ແຕ່ຜູ້ສະໝັກທີ່ສາມາດສື່ສານໄດ້ແຕ່ພາສາລາວກໍ່ອາດຈະຜ່ານການຄັດເລືອກໄດ້ເຊັ່ນກັນ. ສະເພາະຜູ້ສະໝັກທີ່ຖືກຄັດເລືອກຈະຖືກຕິດຕໍ່ເພື່ອສໍາພາດ.
