ປະກາດແຈ້ງການເຂົ້າຮ່ວມສົບທຽບລາຄາ ລົດເຊົ່າ
Plan Internatinal Laos

Details
Description
ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ
ບໍລິການລົດເຊົ່າ ສັນຍາໄລຍະຍາວ
ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບຸກຄົນ, ນິຕິບຸກຄົນ, ບໍລິສັດຈຳກັດ ທີ່ມີປະສົບການໃນການໃຫ້ບໍລິການລົດເຊົ່າ ທີ່ສົນໃຈປະກອບເອກະສານສົມທຽບລາຄາໃນການໃຫ້ບໍລິການຢູ່ ນະຄອນຫຼວງວຽງຈັນ, ແຂວງ ວຽງຈັນ, ສປປ ລາວ ເປັນສັນຍາໄລຍະຍາວ (2 ປີ) ຕາມລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:
ເງື່ອນໄຂ ແລະ ເອກະສານທີ່ຕ້ອງການ
- ໃບສະເໜີລາຄາ.
- ຜູ້ເຂົ້າຮ່ວມການສະເໜີລາຄາທີ່ເປັນບໍລິສັດແມ່ນຕ້ອງໄດ້ສຳເນົາ ໃບອະນຸຍາດດຳເນີນທຸລະກິດ ທີ່ຍັງໃຊ້ໄດ້.
- ສຳລັບບຸກຄົນແມ່ນຕ້ອງໄດ້ສຳເນົາ ບັດປະຈຳຕົວ, ພາສປອດ, ສຳມະໂນຄົວ ຢ່າງໃດຢ່າງໜື່ງ ທີ່ຍັງສາມາດນຳໃຊ້ໄດ້.
- ເອກະສານຂໍ້ມູນຂອງພາຫານະ ແລະ ອື່ນໆຢູ່ໃນເອກະສານສົມທຽບລາຄາຂອງອົງການແພລນສາກົນທີ່ຕິດຂັດ.
- ສຳເນົາໃບຂັບຂີ່ຍານພາຫານະ ຂອງພະນັກງານຂັບລົດ.
ຜູ້ທີ່ມີຄວາມສົນໃຈ ກະລຸນາເຂົ້າມາເອົາແບບຟອມສົມທຽບລາຄາຢູ່ຫ້ອງການ ແລະ ປະກອບເອກະສານສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້.
ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 26 ມີນາ (03) ປີ 2026.
ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ
ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ
ໂທຣ: +856 (0) 21 353 409 -11
ໝາຍເຫດ:
- ເອກະສານ ແລະ ຂໍ້ມູນຖືກຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມຂໍ້ມູນຄວນຕື່ມໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ.
- ເອກະສານທີ່ໄດ້ສົ່ງຫາອົງການແລ້ວບໍ່ສາມາດຖອນຄືນໄດ້.
