GFS Technician Water Supply Construction

Comité de Coopération avec le Laos (CCL)

Details

Province:
Phongsaly
Type of Position:
Full-time
Contract Duration:
1 month
Type of Organization:
iNGO
National/International Position:
National
Application Deadline:
March 15, 2026

Description

  1. ຄວາມເປັນມາຂອງໂຄງການ

ອົງການຮ່ວມມືກັບປະເທດລາວ (CCL) ກຳລັງຈັດຕັ້ງປະຕິບັດໂຄງການ GREEN (2023-2026), ເຊິ່ງມີຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃນການປັບໂຕຂອງຊຸມຊົນໃນທ້ອງຖິ່ນຕໍ່ກັບຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ອົງປະກອບຫຼັກຂອງວຽກດັ່ງກ່າວນີ້ແມ່ນກ່ຽວຂ້ອງກັບການປັບປຸງການເຂົ້າເຖິງນໍ້າສະອາດແບບຍືນຍົງໂດຍການກໍ່ສ້າງ ແລະ ຟື້ນຟູລະບົບນໍ້າລິນຢູ່ໃນບ້ານເປົ້າໝາຍຂອງໂຄງການ.

ພວກເຮົາກຳລັງຊອກຫາວິຊາການ/ນາຍຊ່າງກໍ່ສ້າງລະບົບນໍ້າລິນທີ່ມີປະສົບການ ແລະ ມີຄວາມຫ້າວຫັນເຂົ້າຮ່ວມທີມງານຂອງພວກເຮົາຢູ່ພາກສະໜາມ,ທ່ານຈະເປັນຜູ້ທີ່ມີບົດບາດສໍາຄັນໃນການນໍາເອົານໍາສະອາດເຂົ້າເຖິງຊຸມຊົນໂດຍການນໍາພາເຂົາເຈົ້າກໍ່ສ້າງພື້ນຖານໂຄງຮ່າງຂອງລະບົບນໍ້າລິນດັ່ງກ່າວ.

  1. ໜ້າທີ່ຮັບຜິດຊອບຫຼັກ

ວິຊາການ/ນາຍຊ່າງກໍ່ສ້າງລະບົບນໍ້າລິນຈະເປັນຜູ້ນໍາພາການກໍ່ສ້າງຢູ່ພາກສະໜາມ ແລະ ເຮັດວຽກຮ່ວມກັບຊຸມຊົນໂດຍມີໜ້າວຽກຫຼັກດັ່ງຕໍ່ໄປນີ້ຄື:

  • ໃຫ້ຄໍາແນະນໍາໃນການກໍ່ສ້າງ: ປະສານງານ, ໃຫ້ຄໍາແນະນໍາ ແລະ ຕິດຕາມວຽກງານການກໍ່ສ້າງ ແລະ ວາງລະບົບທໍ່ນໍ້າປະປາທັງໝົດ (ການກໍ່ສ້າງຫົວງານ, ສ້າງອ່າງເກັບນໍ້າ, ການວາງທໍ່ຕາມເຕັກນິກການອອກແບບ).
  • ໃຫ້ການຝຶກອົບຮົມ ແລະ ຄໍາແນະນໍາ: ໃຫ້ຄໍາແນະນໍາທີ່ຈະແຈ້ງ ແລະ ການຝຶກອົບຮົມກັບບ່ອນເຮັດວຽກໂຕຈິງແກ່ຊາວບ້ານ.
  • ການຄວບຄຸມຄຸນນະພາບ: ໃຫ້ແນ່ໃຈວ່າວຽກງານການກໍ່ສ້າງທັງໝົດປະຕິບັດຕາມແຜນ ແລະ ໄດ້ມາດຕະຖານຄຸນນະພາບຢ່າງເຂັ້ມງວດ (ວຽກກໍ່ສ້າງຄອນກີດເສີມເຫຼັກ, ການວາງທໍ່, ວຽກອື່ນໆ).
  • ການປະສານງານກັບຊຸມຊົນ: ປະສານງານ ແລະ ເຮັດວຽກຮ່ວມກັບອໍານາດການປົກຄອງບ້ານ ແລະ ຄະນະກໍາມະການຄຸ້ມຄອງນໍ້າຂັ້ນບ້ານຢ່າງໃກ້ຊິດ ເພື່ອໃຫ້ແນ່ໃຈວ່າເຂົາເຈົ້າເຂົ້າຮ່ວມໃນຂະບວນການກໍ່ສ້າງລະບົບນໍ້າລິນ.
  • ການລາຍງານ: ລາຍງານປາກເປົ່າກ່ຽວກັບຄວາມຄຶບໜ້າຂອງວຽກປະຈໍາວັນໃຫ້ກັບຜູ້ປະສານງານໂຄງການ ແລະ ວິຊາການ ຜູ້ຮັບຜິດຊອບ ຊີຊີແອວຮັບຮູ້.
  1. ປະສົບການ:

ພວກເຮົາກໍາລັງຊອກຫາບຸກຄົນທີ່ສາມາດນໍາພາ ແລະ ລົງມືເຮັດຕົວຈິງໄດ້:

  • ເປັນນາຍຊ່າງທີ່ມີປະສົບການດ້ານການກໍ່ສ້າງພື້ນຖານໂຄງລ່າງ (ອ່າງເກັບນໍ້າ, ລະບົບຫົວງານ) ຫຼື ວຽກກໍ່ສ້າງໂຄງຮ່າງຄອນກີດເສີມເຫຼັກ.
  • ມີທັກສະໃນການອ່ານ ແລະ ເຂົ້າໃຈແບບແຕ້ມທາງດ້ານເຕັກນິກຢ່າງເລີກເຊີ່ງ.
  • ມີປະສານການໃນການໃຫ້ຄໍາແນະນໍາທີມງານ ແລະ ນໍາພາໂຄງການກໍ່ສ້າງໃນຊຸມຊົນ.
  • ມີທັກສະໃນການສື່ສານ ແລະ ຄວາມສາມາດທີ່ດີໃນການເຮັດວຽກຮ່ວມກັບຊຸມຊົນຢ່າງມີຄວາມອົດທົດ ແລະ ມີຄວາມເຄົາລົບ.
  • ມີຄວາມກະຕືລືລົ້ນເຮັດວຽກຢູ່ເຂດຫ່າງໄກຊອກຫຼີກ ແລະ ສາມາດປັບຕົວເຂົ້າກັບສະພາບຄວາມເປັນຢູ່ຂັ້ນ ພື້ນຖານໄດ້ເປັນຢ່າງດີ.
  • ມີຄວາມຮູ້ກ່ຽວກັບການວາງລະບົບທໍ່ນໍ້າ HDPE ແລະ GSP ຍິ່ງເປັນການດີ.
  1. ພວກເຮົາມີ:
  • ສັນຍາໄລຍະສັ້ນທີ່ກວມເອົາເວລາກໍ່ສ້າງ (35 ມື້).
  • ເງິນຄ່າເດີນທາງ, ຄ່າທີ່ພັກ ແລະ ອາຫານທີ່ກ່ຽວຂ້ອງກັບການເຮັດວຽກ.
  • ພາຫານະ (ລົດຈັກ) ໃຫ້ສໍາລັບທ່ຽວເຮັດວຽກ.
  • ໂອກາດທີ່ຈະນຳໃຊ້ທັກສະຂອງທ່ານເຂົ້າໃນໂຄງການທີ່ມີຄວາມໝາຍທີ່ມີຜົນກະທົບທາງບວກຕໍ່ຊຸມຊົນໃນຊົນນະບົດ.
  • ການເຮັດວຽກຢູ່ໃນທີມງານທີ່ມີການສະໜັບສະໜູນຂອງຜູ້ຊ່ຽວຊານຕ່າງປະເທດ ແລະ ຊ່ຽວຊານທ້ອງຖິ່ນ.

Contact Details

Contact Person:
Phone:
Email:

Additional Information

  1. ວິທີສະໜັກ:

ພວກເຮົາເຂົ້າໃຈວ່າຊ່າງກໍ່ສ້າງທີ່ມີຄວາມຊຳນານຫຼາຍຄົນບໍ່ມີໃບສະໝັກງານທີ່ເປັນທາງການ.

ເພື່ອສະໝັກຕໍາແໜ່ງນີ້, ທ່ານພຽງແຕ່ສົ່ງອີເມວ ຫຼື ສົ່ງໜັງສືສະແດງຄວາມສົນໃຈ ແລະ ປະຫວັດຂອງທ່ານ. ຖ້າຫາກວ່າທ່ານບໍ່ສາມາດສະໜອງໃບສະໝັກດັ່ງກ່າວໄດ້, ທ່ານຍັງສາມາດຕິດຕໍ່ບຸກຄົນດັ່ງຕໍ່ໄປນີ້ເພື່ອຂໍຂໍ້ມູນເພີ່ມເຕີມ:

ທ. ປະເສີດ ຄຸນສົມເຮືອງ;

ຜູ້ປະສານງານໂຄງການ ກຮີນ (GREEN), ອົງການ CCL

ໂທ: +856 20 95 530 140, ອີເມລ:  sertk14@gmail.com

ທ. ນູ ຢ່າງ; 

ຜູ້ຊ່ວຍວິຊາການດ້ານສິ່ງແວດລ້ອມ ໂຄງການ ກຮີນ (GREEN)

ໂທ: +856 20 91 443 662, ອີເມລ: nouyang-n@outlook.com

ທ່ານຈະມີໂອກາດເຂົ້າຮ່ວມການສໍາພາດ ເພື່ອປຶກສາຫາລືກ່ຽວກັບປະສົບການ ແລະ ບົດບາດຂອງທ່ານ. ອົງການ CCL ຈະຮຽກຮ້ອງໃຫ້ທ່ານສະໜອງຜູ້ອ້າງອີງ 2-3 ຄົນເພື່ອຕິດຕໍ່.

ມື້ສຸດທ້າຍຂອງການສະໝັກ ແມ່ນ: ວັນທີ 15 ມີນາ 2026

Attachments

Save & Share