ຂໍເຊີນ ພາກສ່ວນ ບັນດາສະມາຄົມ ແລະ ອົງການຈັດຕັ້ງ ທີ່ມີຄວາມສົນໃຈ ເປັນຄູ່ຮ່ວມງານ
- Swisscontact
- January 20, 2026
- 2 weeks ago
ຂໍເຊີນ ພາກສ່ວນ ບັນດາສະມາຄົມ ແລະ ອົງການຈັດຕັ້ງ ທີ່ມີຄວາມສົນໃຈ ເປັນຄູ່ຮ່ວມງານໃນການຈັດຕັ້ງປະຕິບັດ ການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ, ພາຍໃຕ້ ໂຄງການ ຝຶກອົບຮົມວິຊາຊີບ ແລະ ສະໜັບ ສະໜູນການມີວຽກເຮັດງານທໍາ (VTESS).
ໄລຍະເວລາຂອງສັນຍາການຮ່ວມມື: 12 ເດືອນ (ເລີ່ມແຕ່ເດືອນມີນາ 2026 ຫາ ກຸມພາ 2027);
ເປົ້າໝາຍສະໝັກ: ບັນດາສະມາຄົມ, ອົງການຈັດຕັ້ງພາກລັດ ແລະ ພາກເອກະຊົນໃດໜຶ່ງ ທີ່ນອນໃນ ແຂວງອຸດົມໄຊ, ແຂວງໄຊຍະບູລີ, ແຂວງຊຽງຂວາງ, ແຂວງຄໍາມ່ວນ, ແຂວງສາລະວັນ ແລະ ນະຄອນຫຼວງວຽງຈັນ;
ໂຄງການຝຶກອົບຮົມວິຊາຊີບ ແລະ ສະໜັບສະໜູນການມີວຽກເຮັດງານທຳ (VTESS2) ແມ່ນເລີ່ມແຕ່ ເດືອນທັນວາ 2023 ຫາ ເດືອນພະຈິກ 2027, ມີ ເປົ້າໝາຍເລັງໃສ່ເພື່ອສະໜອງການຝຶກອົບຮົມວິຊາຊີບ ທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ໂດຍສຸມໃສ່ກຸ່ມໄວໜຸ່ມຜູ້ດ້ອຍໂອກາດທີ່ ຮຽນຈົບຊັ້ນປະຖົມ ຫຼື ຈົບຊັ້ນມັດທະຍົມຕອນຕົ້ນ, ທີ່ມີອາຍຸລະຫວ່າງ 15-35 ປີ, ເພື່ອຊ່ວຍໃຫ້ເຂົາເຈົ້າມີວຽກເຮັດງານທໍາ, ສາມາດປະກອບອາຊີບດ້ວຍຕົນເອງ ຫຼື ກັບຄືນເຂົ້າສູ່ລະບົບການສຶກສາ ໂດຍຜ່ານວົງຈອນການໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ. ເຊິ່ງກຸ່ມເປົ້າໝາຍດັ່ງກ່າວ ຈະໄດ້ເຂົ້າຮ່ວມ ການໃຫ້ຄໍາປຶກສາ ເປັນໄລຍະເວລາ ທັງໝົດ 9 ເດືອນ.
ສະນັ້້ນ, ໂຄງການ VTESS2 ກຳລັງຊອກຫາ ຄູ່ຮ່ວມງານ ທີ່ມີຄວາມສົນໃຈຮ່ວມມືໃນການຈັດຕັ້ງປະຕິບັດກິດຈະກຳ ໂດຍການ ສະໝັກເປັນຜູ້ໃຫ້ຄໍາປຶກສາດ້ານການມີວຽກເຮັດງານທໍາ ເພື່ອເຂົ້າຮ່ວມຝຶກອົບຮົມ “ການເປັນຜູ້ໃຫ້ຄໍາປຶກສາ”;
ຂໍ້ແນະນໍາກ່ຽວກັບການປະກອບແບບຟອມສະໝັກ
ຜູ້ທີ່ຈະສະໝັກ ເປັນ ຜູ້ໃຫ້ຄໍາປຶກສາ ຕ້ອງເປັນພະນັກງານ ທີ່ນອນຢູ່ໃນບັນດາສະມາຄົມ, ອົງການຈັດຕັ້ງພາກລັດ ແລະ ພາກເອກະຊົນໃດໜຶ່ງ, ແມ່ນຖືເປັນເງື່ອນໄຂຫຼັກ.
ເງື່ອນໄຂ ລວມມີດັ່ງນີ້:
- ສໍາລັບພາກສ່ວນບັນດາສະມາຄົມ, ອົງການຈັດຕັ້ງພາກລັດ ແລະ ພາກເອກະຊົນ ທີ່ຈະສະໝັກ ເປັນຄູ່ຮ່ວມງານ:
- ມີປະສົບການ ເຮັດວຽກກັບໄວໜຸ່ມກຸ່ມຜູ້ດ້ອຍໂອກາດ;
- ມີປະສົບການ ປະຕິບັດກິດຈະກຳໂຄງການ/ກ່ຽວກັບການຝຶກອົບຮົມວິຊາຊີບ, ການແນະນໍາດ້ານອາຊີບ ແລະ ການສະ ໜັບສະໜູນການຊອກວຽກ;
- ມີສະຖານທີ່ ທີ່ເໝາະສົມ (ເຊັ່ນ: ຫ້ອງປະຊຸມ ຫຼື ຫ້ອງໃຫ້ຈັດກິດຈະກຳ) ເພື່ອນໍາໃຊ້ເຂົ້າໃນການຈັດກິດຈະກໍາໃຫ້ຄໍາປຶກສາ ເປັນກຸ່ມ ແລະ ເປັນລາຍບຸກຄົນ, ສະເລ່ຍສາມາດຮອງຮັບຜູ້ເຂົ້າຮ່ວມໄດ້ປະມານ 15-20 ຄົນ;
- ມີພະນັກງານ ຜູ້ທີ່ຖືກເງື່ອນໄຂ ເພື່ອສະໝັກເປັນຜູ້ໃຫ້ຄໍາປຶກສາ ແລະ ປະຕິບັດການໃຫ້ຄໍາປຶກສາ ຮ່ວມກັບ ໄວໜຸ່ມກຸ່ມເປົ້າໝາຍ;
- ສາມາດຈັດສັນເວລາເຕັມສ່ວນ ແລະ ອໍານວຍຄວາມສະດວກ ໃຫ້ແກ່ ພະນັກງານຜູ້ທີ່ຖືກຄັດເລືອກ ເປັນຜູ້ໃຫ້ຄໍາປຶກສາ ໃນການຮ່ວມມືຈັດຕັ້ງປະຕິບັດກິດຈະກໍາ ຮ່ວມກັບໂຄງການ.
- ສໍາລັບ ຜູ້ສະໝັກ ເປັນຜູ້ໃຫ້ຄໍາປຶກສາ:
- ມີອາຍຸ ລະຫວ່າງ 25 ຫາ 45 ປີ.
- ມີຄວາມຮູ້ ແລະ ປະສົບການ ໃນການເຮັດວຽກກັບໄວໜຸ່ມກຸ່ມຜູ້ດ້ອຍໂອກາດ (ເຊັ່ນ: ວຽກການສິດສອນ, ວຽກພັດທະນາໄວໜຸ່ມ, ວຽກພັດທະນາຊຸມຊົນ, ວຽກສັງຄົມສົງເຄາະ, ວຽກງານການໃຫ້ຄໍາປຶກສາ ແລະ ອື່ນໆ ທີ່ກ່ຽວຂ້ອງ);
- ມີປະສົບການເຮັດວຽກ ຫຼື ຮ່ວມມື ກັບ ຜູ້ປະກອບການ;
- ສາມາດຈັດສັນເວລາ ໃນການດຳເນີນກິດຈະກຳ ການໃຫ້ຄໍາປຶກສາ ໃຫ້ແກ່ກຸ່ມເປົ້າໝາຍໄດ້;
- ສາມາດເຂົ້າຮ່ວມຝຶກອົບຮົມ ການເປັນຜູ້ໃຫ້ຄໍາປຶກສາ ຕາມແຜນທີ່ວາງໄວ້;
ວິທີປະກອບແບບຟອມສະໝັກ: (ໃຫ້ປະກອບ 2 ແບບຟອມ ໂດຍລາຍລະອຽດດັ່ງລຸ່ມນີ້)
- ແບບຟອມທີ 1 ແມ່ນ ສໍາລັບ ອົງການຈັດຕັ້ງ ທີ່ສົນໃຈສະໝັກເປັນຄູ່ຮ່ວມງານ ໃຫ້ຕື່ມຂໍ້ມູນສະໝັກຕາມລາຍລະອຽດ ທີ່ລະບຸໃນແບບຟອມ, ທ່ານສາມາດໂຫຼດເອົາແບບຟອມສະໝັກ ໃນລິ້ງນີ້ ແບບຟອມທີ 1;
- ແບບຟອມທີ 2 ແມ່ນສໍາລັບ ຜູ້ສົນໃຈສະໝັກ ເປັນຜູ້ໃຫ້ຄໍາປຶກສາ ຕ້ອງເປັນພະນັກງານ ທີ່ນອນຢູ່ອົງການຈັດຕັ້ງດັ່ງກ່າວ, ໃຫ້ຕື່ມຂໍ້ມູນສະໝັກຕາມລາຍລະອຽດ ທີ່ລະບຸໃນແບບຟອມ, ທ່ານສາມາດໂຫຼດເອົາແບບຟອມສະໝັກ ໃນລິ້ງນີ້ ແບບຟອມທີ
ໝາຍເຫດ: ໃນກໍລະນີ ທີ່ອົງການຈັດຕັ້ງໃດໜຶ່ງ ຫາກມີຜູ້ສົນໃຈສະໝັກຫຼາຍກວ່າ 1 ຄົນຂຶ້ນໄປ ຈະຕ້ອງປະກອບແບບຟອມຂອງໃຜລາວ (ສະເພາະແບບຟອມທີ 2).
ໄລຍະເວລາ ການຮັບສະໝັກ:
ເປີດຮັບສະໝັກ ເລີ່ມແຕ່ວັນທີ 14 ມັງກອນ, 2026 ແລະ ປີດຮັບສະໝັກ ໃນວັນທີ 30 ມັງກອນ, 2026
ສອບຖາມລາຍລະອຽດ ແລະ ສົ່ງ ແບບຟອມສະໝັກ ມາຍັງໂຄງການ VTESS ຕາມລາຍລະ ອຽດລຸ່ມນີ້:
ໂທ/WhatsApp: +85620 5690 4769 (ນາງ ພີຈິດຕາ ພະເມືອງ)
ຫຼື ສາມາດສົ່ງແບບຟອມສະໝັກຜ່ານມາທາງອິເມວ phichitta.phamuang@swisscontact.org
ໝາຍເຫດ: ກະລຸນາຕິດຕໍ່ ຕາມມື້ ແລະ ໂມງລັດຖະການ
