ຜູ້ຊ່ວຍບໍລິຫານ-ການເງິນ ປະຈຳພາກສະໜາມ ແຂວງ
ADRA Lao PDR

Details
Description
ປະກາດຮັບສະໝັກພະນັກງານ
ຜູ້ຊ່ວຍບໍລິຫານ–ການເງິນ ປະຈຳພາກສະໜາມ ແຂວງຊຽງຂວາງ
ອົງການພັດທະນາ ແລະ ບັນເທົາທຸກ (ອາດຣາ) ເປັນອົງການຊ່ວຍເຫຼືອທີ່ບໍ່ຂຶ້ນກັບລັດຖະບານ ມີເຄືອຄ່າຍຢູ່ຫຼາຍກວ່າ 115 ປະເທດທົ່ວໂລກ. ໃນນາມອົງການຈັດຕັ້ງສາກົນ ອົງການ ອາດຣາ ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວໃຫ້ການຊ່ວຍເຫຼືອຊຸມຊົນຜູ້ທີ່ດ້ອຍໂອກາດໃນຫຼາຍຂະແໜງການ ເຊ່ັນ: ຊີວິດການເປັນຢູ່, ກະສິກໍາ, ສາທາລະນະສຸກ ແລະ ການຫຼຸດຜ່ອນຜົນກະທົບຂອງການປ່ຽນແປງດິນຟ້າອາກາດ. ນອກຈາກນີ້ ອົງການ ອາດຣາ ຍັງໃຫ້ການຊ່ວຍເຫຼືອບັນເທົາທຸກກໍລະນີເກີດໄພພິບັດ ໂດຍຮ່ວມມືກັບເຄື່ອຄ່າຍອົງການ ອາດຣາ ສາກົນ ແລະ ອໍານາດການປົກຄອງທ້ອງຖິ່ນໃນ ສປປ ລາວ. ນັບຕັ້ງແຕ່ປີ 1992 ເປັນຕົ້ນມາ ອົງການ ອາດຣາ ປະຈໍາ ສປປ ລາວ ໄດ້ຈັດຕັ້ງປະຕິບັດໂຄງການຫຼາຍກວ່າ 150 ໂຄງການ ເຊິ່ງກວມເອົາ 13 ແຂວງ.
ຕໍາແໜ່ງຮັບສະໝັກ:
ຕໍາແໜ່ງທີ່ຮັບສະໝັກແມ່ນ ຜູ້ຊ່ວຍບໍລິຫານ/ການເງິນ ປະຈໍາຢູ່ໂຄງການ ເມືອງໝອກ, ແຂວງຊຽງຂວາງ ໂດຍໄດ້ຮັບທຶນຈາກ Canadian Foodgrains Bank. ເປົ້າໝາຍຂອງໂຄງການແມ່ນປັບປຸງໂພຊະນາການ, ສຸຂະພາບ ແລະ ຄວາມເປັນຢູ່ຂອງຊຸມຊົນເປົ້າໝາຍໃນເມືອງໝອກ, ແຂວງຊຽງຂວາງ.
ຄວາມຮັບຜິດຊອບລວມ:
ຜູ້ຊ່ວຍບໍລິຫານ/ການເງິນແມ່ນຮັບຜິດຊອບວຽກການເງິນ-ບໍລິຫານ, ຊ່ວຍເຫຼືອທີມງານໂຄງການ ເພື່ອໃຫ້ກິດຈະກໍາໂຄງການມີຄຸນນະພາບສູງ ແລະ ເຮັດວຽກຢ່າງມີປະສິດທິຜົນກັບຄູ່ຮ່ວມງານທັງພາຍໃນລະພາຍນອກ.
ໜ້າວຽກລວມ:
- ຊ່ວຍວຽກບໍລິຫານ–ການເງິນຂອງໂຄງການ ເພື່ອໃຫ້ການຄຸ້ມຄອງໂຄງການມີປະສິດທິພາບ ໂດຍສອດຄ່ອງກັບນະໂຍບາຍ ແລະ ລະບຽບຂອງອົງການ–ຜູ້ໃຫ້ທຶນ
- ຮັກສາຫ້ອງການໃຫ້ມີຄວາມສະອາດ–ປອດໄພຢູ່ສະເໝີ
- ປະຕິບັດໜ້າທີ່ຕາມການມອບໝາຍຂອງຫ້ອງການ ອາດຣາ ວຽກຈັນ
- ປະສານງານຢ່າງມີປະສິດທິພາບກັບທີມງານໂຄງການ, ຄູ່ຮ່ວມງານ ແລະ ຜູ້ໄດ້ຮັບຜົນປະໂຫຍດ
ເງື່ອນໄຂຮັບສະໝັກ:
- ປະລິຍາຕີສາຂາບັນຊີ ຫຼື ບໍລິຫານທຸລະກິດ
- ມີປະສົບການເຮັດວຽກຢ່າງໜ້ອຍ 3 ປີ ໃນຕໍາແໜ່ງຜູ້ຊ່ວຍການເງິນ, ບັນຊີ ແລະ ບໍລິຫານ ກັບອົງການພັດທະນາສາກົນຕ່າງໆ
- ມີຄວາມຊຳນານດ້ານເທັກນິກ ແລະ ມີປະສົບການໃນການນຳໃຊ້ software ບັນຊີ ແລະ ຄຸ້ນເຄີຍກັບການກວດສອບບັນຊີ
- ມີມະນຸດສຳພັນດີ ແລະ ສາມາດສື່ສານໄດ້ດີ ແລະ ມີຄວາມຫ້າວຫັນໃນການຮັບໃຊ້ວຽກງານ
- ມີຄວາມຊື່ສັດສູງ ຍຶດຖືຫຼັກຄຸນນະທຳ ແລະ ເຮັດວຽກເປັນທີມໄດ້ດີ
- ມີຄວາມຊໍາຊານໃນການນຳໃຊ້ໂປໄມໂຄຼຊອບ ອອບຟິສ (Microsoft Office Software programs) ໂດຍສະເພາະ Excel
- ມັກຮຽນຮູ້ ແລະ ພັດທະນາຕົນເອງ
ໝາຍເຫດ: ທາງອົງການຈະຕິດຕໍ່ຫາຜູ້ທີ່ໄດ້ຮັບຄັດເລືອກສໍາພາດເທົ່ານັ້ນ.
ຂັ້ນຕອນການສະໝັກ
ສົ່ງເອກະສານສະໝັກຜ່ານ: https://forms.gle/Y6r5BsGFY1AeYRUX6
ສອບຖາມຂໍ້ມູນເພີ່ມເຕີມຕິດຕໍ່ hr@adralaos.org ຫຼື ໂທ/WA 020 22788299.
ຄຳຮ້ອງຄວນປະກອບມີ:
- ຈົດໝາຍສະໝັກວຽກ (Cover Letter) ພ້ອມອະທິບາຍວ່າ ທ່ານໄດ້ບັນລຸເງື່ອນໄຂຂ້າງເທິງແນວໃດ.
- ປະຫວັດ (Resume/CV) ພ້ອມທັງລະບຸຂໍ້ມູນຕິດຕໍ່ຜູ້ຢັ້ງຢືນ (Referees) 3 ທ່ານ.
- ໃບປະກາດ, ໃບຢັ້ງຢືນ ແລະ ອື່ນໆ.
ປິດຮັບຄໍາຮ້ອງ 14 ພະຈິກ 2025. ຜູ້ສະໝັກຍິງ, ຄົນພິການ ແລະ ຊົນເຜົ່າທີ່ມີຄຸນສົມບັດ ແລະ ປະສົບການເໝາະສົມ ຈະໄດ້ຮັບພິຈາລະນາພິເສດ.
