ການເຊີນເຂົ້າຮ່ວມການປະມູນ ສະເໜີລາຄາພີມປື້ມ

ເຖິ່ງ:       ບໍລິສັດ ແລະ ຮ້ານຄ້າ ທີ່ ນັບຖື

ເລື່ອງ:     ການເຊີນເຂົ້າຮ່ວມການປະມູນ ສະເໜີລາຄາພີມປື້ມ

ອົງການ ພັດທະນາຂອງ ປະເທດເນເທີແລນ SNV ປະຈໍາລາວ ມີຄວາມຍິນດີ ຂໍແຈ້ງໃຫ້ທ່ານຊາບວ່າ ທາງອົງການຂອງພວກເຮົາ ມີຈຸດປະສົງທີ່ຈະດໍາເນີນການປະມູນ ເພື່ອ ພີມປື້ມ ເຊິ່ງມີລາຍລະອຽດດັ່ງນີ້:

DESCRIPTION/ລາຍລະອຽດເຄື່ອງ: Print recipes book, H=23.5cm, W=18cm (Print full color, both sides, Hard cover 300g, inside paper 130g and biding by staple), total 50pages/book

ພີມປື້ມ ຂະໜາດ ສູງ 23.5ຊມ, ກວ້າງ 18 ຊມ,​ປິ່ມສີ ເຫຼືອງ, ປິ່ນຕົບໜ້າ,​ ປົກແຂງ 300 ແກນ, ເຈ້ຍດ້ານໃນ 130 ແກນ, ໃສກາລາເຟີກາງ ແລະ ລວມທັງໝົດແມ່ນ 50 ໜ້າ/ຫົວ

ຈໍານວນ: 3640 ຫົວ

ດັ່ງນັ້ນ ຖ້າຫາກບໍລິສັດ ແລະ ຮ້ານຄ້າ ທີ່ຖືທະບຽນວີສາຫະກິດຖືກຕ້ອງ ຫາກມີຄວາມສົມໃຈ ຢາກເຂົ້າຮ່ວມໃນການປະມູນຄັ້ງນີ້ ກະລຸນາເຂົ້າມາພົວພັນເອົາຊ່ອງປະມູນ ໃນເວລາໂມງລັດຖະການ ຕາມກໍານົດເວລາດັ່ງລຸ່ມນີ້:

ກໍານົດການແຈກຢາຍເອກະສານ ແລະ ຍື່ນຊອງການປະມູນ ແມ່ນເລີ້ມແຕ່ວັນທີ່ປະກາດ ຫາ ວັນທີ່ 07 ພະຈິບ 2025 ໂມງລັດຖະການ ທີ່ຫ້ອງການ ອົງການ ພັດທະນາຂອງ ປະເທດເນເທີແລນ SNV ປະຈໍາລາວ, ບ້ານ ສະພານທອງໃຕ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ ຫຼື ຕິດຕໍ່ຕາມ email: laprocurement@snv.org   , 021 413 290-1, 020 5237 1671 ຂໍ້ມູນເພີມຕືມ. ຂັ້ນຕອນໃນການປະມູນຈະຢູ່ໃນໃບປະມູນ ແລະ ຈະບໍ່ມີຄ່າໃຊ້ຈ່າຍໃດໆ.

ສະນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ຫວັງຢ່າງຍິ່ງວ່າ ບໍລິສັດ ແລະ ຮ້ານຄ້າ ຂອງທ່ານຄົງສະຫຼະເວລາອັນມີຄ່າ ເພື່ອເຂົ້າຮ່ວມການປະມູນນໍາອົງການຂອງພວກເຮົາໃນຄັ້ງນີ້ດ້ວຍ.

ຮຽນມາດ້ວຍຄວາມເຄົາລົບ ແລະ ນັບຖື.

ອົງການ ພັດທະນາຂອງ ປະເທດເນເທີແລນ SNV ປະຈໍາລາວ

ຈັດຊື້ – ຈັດຈ້າງ

Attachments

Save & Share