ພະນັກງານພົວພັນຊຸມຊົນ-CLO
MAG Lao

Details
Description
ໜ້າທີ່ຮັບຜິດຊອບຫຼັກ:
ໂຄສະນາສືກສາຄວາມສ່ຽງ ຕໍ່ ລບຕ:
- ປະສານງານກັບອຳນາດການປົກຄອງທ້ອງຖິ່ນ ແລະ ຊຸມຊົນເພື່ອໂຄສະນາເຜີຍແຜ່ເປົ້າໝາຍຂອງວຽກງານໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ແລະ ຮ່ວມມືກັບພາກສ່ວນດັ່ງກ່າວ ເພື່ອຈັດຕັ້ງກິດຈະກຳຢ່າງມີປະສິດທິພາບ.
- ດໍາເນີນການໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ໃຫ້ແກ່ຜູ້ໃຫຍ່, ໄວໜຸ່ມ, ເດັກນ້ອຍ ແລະ ພາກສ່ວນກ່ຽວຂ້ອງ ໂດຍອີງຕາມ ມາດຕະຖານການປະຕິວຽກຂອງ ອົງການເກັບກູ້ລະເບີດ ແມັກ ໂດຍນໍາໃຊ້ວິທີການ ແລະ ຄູ່ມືການຮຽນ-ການສອນ ທີ່ມີມາດຕະຖານ ແລະ ຖືກຮັບຮອງ.
- ນໍາສະເໜີກ່ຽວກັບວຽກງານໂຄສະນາສຶກສາຄວາມສ່ຽງຕໍ່ ລບຕ ໃນພາສາທ້ອງຖິ່ນ ແລະ ຄວາມເຂົ້າໃຈກ່ຽວກັບວັດທະນະທຳ ເພື່ອປັບກິດຈະກຳໃຫ້ເໝາະສົມກັບບໍລິບົດ ແລະ ຄວາມຫຼາກຫຼາຍທາງດ້ານວັດທະນະທໍາ.
ການສຳຫຼວດທີ່ບໍ່ແມ່ນວິຊາການ:
- ປະສານງານກັບອຳນາດການປົກຄອງທ້ອງຖິ່ນ, ຜູ້ນຳຊຸມຊົນ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນໃຫ້ການຈັດຕັ້ງປະຕິບັດການສໍາຫຼວດທີ່ບໍ່ແມ່ນວິຊາການ ດໍາເນີນການຢ່າງສະດວກ ແລະ ໄດ້ຮັບການຍອມຮັບ.
- ດຳເນີນການແຕ້ມແຜນທີ່ຊຸມຊົນ ເພື່ອເກັບຂໍ້ມູນກ່ຽວກັບຜົນກະທົບຂອງລະເບີດໃນຊຸມຊົນ.
ການສະໜັບສະໜູນການປະຕິບັດວຽກທາງດ້ານວິຊາການ:
- ສະໜອງຂໍ້ມູນໃຫ້ແກ່ຊຸມຊົນທີ່ຈະດໍາເນີນການກວດກູ້ ກ່ຽວກັບຄວາມສຳຄັນ, ຂໍ້ກຳນົດ, ຂັ້ນຕອນ, ອຸປະກອນທີ່ຈະໃຊ້ດໍາເນີນການ, ພະນັກງານທີ່ຖືກມອບໝາຍໃຫ້ດຳເນີນການ ແລະ ໄລຍະເວລາ.
- ປະສານງານກັບອຳນາດການປົກຄອງ ແລະ ເຈົ້າຂອງດິນ ເພື່ອຮັບປະກັນໃຫ້ກິດຈະກໍາກວດກູ້ດໍາເນີນການຢ່າງສະດວກ.
ຄວາມປອດໄພ
- ປະຕິບັດຕາມນະໂຍບາຍວ່າດ້ວຍ ຄວາມປອດໄພ ແລະ ມາດຕະຖານການປະຕິບັດວຽກຢ່າງເຂັ້ມງວດ.
- ລາຍງານການລະເມີດ, ບັນຫາທາງດ້ານຄວາມປອດໄພ, ຫຼື ເຫດການອື່ນໆໃຫ້ຜູ້ຊີ້ນໍາວຽກງານພົວພັນຊຸມຊົນ.
ເງື່ອນໄຂຂອງຜູ້ສະໝັັກ:
- ຮຽນຈົບວິຊາຊີບສາຂາໃດໜຶ່ງ ໃນລະດັບຊັ້ນກາງ ຫຼື ທຽບເທົ່າ ຂຶ້ນໄປ, ຖ້າຮຽນຈົບສາຍຄູ ຍິ່ງເປັນການດີ.
- ມີໃບຂັບຂີ່ລົດຈັກ ປະເພດ A ຂຶ້ນໄປ ແລະ ຕ້ອງຍັງເຫຼຶອອາຍຸການນຳໃຊ້ຢ່າງໜ້ອຍ 6 ເດືອນຂຶ້ນໄປ.
- ຜູ້ສະໝັກຕ້ອງມີ ອາຍຸລະຫວ່າງ 18 ຫາ 45 ປີ ແລະ ເປັນຄົນທ້ອງຖິ່ນ ແຂວງ ຊຽງຂວາງ.
- ມີປະສົບການເຮັດວຽກກັບຊຸມຊົນໃນຕົວເມືອງ ແລະ ເຂດຊົນນະບົດ.
- ມີປະສົບການເຮັດວຽກກັບຊົນເຜົ່າ ຈະພິຈາລະນາເປັນພິເສດ.
- ມີປະສົບການເຮັດວຽກກັບໂຄງການກ່ຽວກັບການສໍາຫຼວດ ຫຼື ການເກັບກໍາຂໍ້ມູນ.
- ມີທັກສະທາງດ້ານການນໍາໃຊ້ຄອມພິວເຕີ: ມີຄວາມຮູ້ທີ່ດີກ່ຽວກັບ Microsoft Office (ໂດຍສະເພາະ Excel, Word, ແລະ PowerPoint).
- ສາມາດສື່ສານພາສາອັງກິດໄດ້ໃນລະດັບພື້ນຖານ
- ມີຄວາມຮູ້ກ່ຽວກັບຊຸມຊົນໃນທ້ອງຖິ່ນ, ຜູ້ທີ່ຕັ້ງຖິ່ນຖານ ຫຼື ອາໄສຢູ່ໃນພື້ນທີ່ເປົ້າໝາຍ ຈະພິຈາລະນາເປັນພິເສດ.
- ມີທັກສະທາງດ້ານການຈັດການບໍລິຫານທີ່ດີ.
- ມີຄວາມຍືດຍຸ່ນ, ມະນຸດສໍາພັນທີ່ດີ ແລະ ມີຄວາມມຸ່ງໝັ້ນໃນການເຮັດວຽກກັບຊຸມຊົນ.
- ສາມາດຂຶ້ນນຳສະເໜີການປະຕິບັດວຽກງານຂອງອົງການແມັກ ໃຫ້ແກ່ຊຸມຊົນຂະໜາດນ້ອຍ ແລະ ໃຫຍ່.
Contact Details
Additional Information
ວິທີ ແລະ ຂັ້ນຕອນການສະໝັກສຳລັບຕຳແໜ່ງນີ້:
ຜູ້ສົນໃຈ ກະລຸນາ ກະກຽມ ຊີວະປະຫວັດຫຍໍ້ (CV) ພ້ອມດ້ວຍ ຈົດໜາຍສະໝັກວຽກ (Cover letter) ຂອງຕົນເອງ ແລ້ວສົ່ງສະ ໝັກທາງອອນລາຍຕາມລິ້ງຕໍ່ໄປນີ້:
ລິ້ງສະໝັກ: https://forms.gle/Hc4rnmzBRcRKM84p7
ປິດຮັບສະໝັກ: ເວລາ 16:00 PM ຂອງ ວັນທີ 30 ກັນຍາ 2025
ຜູ້ສະໝັກທີ່ໄດ້ຮັບການຄັດເລືອກເທົ່ານັ້ນ ທີ່ຈະໄດ້ຮັບການຕິດຕໍ່ເພື່ອມາສຳພາດ.
ອີງຕາມຄໍາຫມັ້ນສັນຍາຂອງອົງການເກັບກູ້ລະເບີດ ແມັກ ວ່າດ້ວຍນະໂຍບາຍດ້ານການປົກປ້ອງ, ການຄັດເລືອກຕໍາແຫນ່ງນີ້ແມ່ນຕ້ອງ ຜ່ານຂະບວນການກວດສອບປະຫວັດຄວາມເປັນມາ ເພື່ອຢັ້ງຢືນຄວາມຖືກຕ້ອງ ກ່ອນທີ່ຈະມີການສະເຫນີການຈ້າງງານ, ອົງການເກັບ ກູ້ລະເບີດແມັກ ມຸ່ງຫມັ້ນໃນຫຼັກການຂອງຄວາມຫຼາກຫຼາຍ, ສິດສະເຫມີພາບ ແລະ ການມີສ່ວນຮ່ວມ ແລະ ເປີດໂອກາດໃນການຈ້າງ ງານແບບເທົ່າທຽມກັນ. ຖ້າທ່ານຄິດວ່າ ທ່ານມີຄຸນວຸດທິເຫມາະສົມກັບບົດບາດຂອງຕໍາແຫນ່ງນີ້ ໃນອົງການຂອງພວກເຮົາ, ພວກເຮົາຍິນ ດີຕ້ອນຮັບການສະຫມັກງານຂອງທ່ານ ໂດຍບໍ່ຄໍານຶງເຖິງພື້ນຖານຄວາມເປັນຢູ່ຂອງທ່ານ. ພວກເຮົາມຸ່ງຫມັ້ນໃນການສະຫນອງສະພາບ ແວດລ້ອມໃນການເຮັດວຽກແບບມີສ່ວນຮວ່ມ ແລະ ໃຫ້ສະຫນັບສະຫນູນ ເພື່ອໃຫ້ພະນັກງານທຸກຄົນຮູ້ສຶກໄດ້ຮັບຄວາມເຄົາລົບ ແລະ ໄດ້ຮັບການສະຫນັບສະຫນູນ ແລະ ໃນການບັນລຸຄວາມອາດສາມາດຂອງເຂົາເຈົ້າ.
ທຸກໆຮູບແບບຂອງການຈ້າງງານ ແລະ ຂະບວນການຄັດເລືອກພະນັກງານ, ບໍ່ວ່າຈະເປັນການຈ້າງງານພະນັກງານໃຫມ່ຄັ້ງທໍາອິດ ຫຼື ການເລື່ອນຕໍາແຫນ່ງພະນັກງານພາຍໃນອົງການ ຈະອີງໃສ່ຄຸນສົມບັດ, ຄຸນວຸດທິ, ຄວາມສາມາດ, ຜົນການປະຕິບັດວຽກງານ ແລະ ຄວາມຕ້ອງການຂອງອົງການ, ອົງການເກັບກູ້ລະເບີດ ແມັກ (ຫຼື ພາກສ່ວນອື່ນໆ ທີ່ກ່ຽວຂ້ອງກັບຂະບວນການຄັດ ເລືອກພະນັກງານ ຂອງອົງການເກັບກູ້ລະເບີດ ແມັກ) ຈະບໍ່ເກັບຄ່າທໍານຽມ (ຫຼື ຮັບເອົາຂອງຂວັນ ຫຼື ສິ່ງຕອບ ແທນອື່ນໆ) ໃນທຸກຂັ້ນຕອນຂອງຂະບວນການຄັດເລືອກພະນັກງານ (ການປະກາດຮັບສະຫມັກວຽກ, ການສໍາ ພາດ, ການປະເມີນຜົນ), ຖ້າທ່ານມີຂໍ້ຂ້ອງໃຈກ່ຽວກັບຂະບວນການນີ້ ທ່ານສາມາດລາຍງານ ໃຫ້ອົງການຂອງພວກເຮົາ ຜ່ານທາງ ໂທລະສັບ: 020 55582523
ຂໍ້ກຳນົດ ແລະ ເງື່ອນໄຂ:
ອົງການເກັບກູ້ລະເບີດ ແມັກ ປະຈຳ ສປປ ລາວ ມີສະພາບແວດລ້ອມຂອງການເຮັດວຽກທີ່ດີ, ສະຫວັດດີການທີ່ດີ ແລະ ມີນະໂຍບາຍໃນການສົ່ງເສີມຝຶກອົບຮົມເພື່ອຍົກລະດັບຄວາມຮູ້ຄວາມສາມາດໃຫ້ກັບພະນັກງານ.