Application Developer
Action Education

Details
Province:
Vientiane CapitalType of Position:
Short-termContract Duration:
Type of Organization:
iNGONational/International Position:
NationalApplication Deadline:
August 1, 2025Description
ການສ້າງສື່ຊ່ວຍໃນການຮຽນ-ການສອນສຳລັບນັກຮຽນຊັ້ນປະຖົມປີທີ 2
ໂຄງການນີ້ມີຈຸດປະສົງເພື່ອພັດທະນາສື່ຊ່ວຍໃນການຮຽນ-ການສອນວິຊາພາສາລາວ ໃນຮູບແບບແອັບພລິເຄຊັນສຳລັບນັກຮຽນຊັ້ນປະຖົມປີທີ 2.
ຈຸດປະສົງ
- ເພື່ອພັດທະນາສື່ຊ່ວຍໃນການຮຽນ-ການສອນ ວິຊາພາສາລາວ ໃນຮູບແບບເອເລັກໂຕຣນິກ (ແອັບພລິເຄຊັນຮຽນຮູ້ສຳລັບນັກຮຽນຊັ້ນປະຖົມປີທີ 2) ທີ່ສອດຄ່ອງກັບຫຼັກສູດການຮຽນ-ການສອນ ແລະ ແທດເໝາະກັບພັດທະນາການຂອງເດັກ.
ຄາດຄະເນຜົນໄດ້ຮັບ
- ໄດ້ສື່ຊ່ວຍການຮຽນຮູ້ວິຊາພາສາລາວ ສຳລັບຄູ ແລະ ນັກຮຽນ, ປະກອບດ້ວຍ 25 ເນື້ອໃນ.
ຄຳແນະນຳໃນການພັດທະນາ ແລະ ຂອບເຂດຂອງເນື້ອໃນ
ຄຳແນະນຳໃນການພັດທະນາ
- ຮູບແບບແອັບ: ພັດທະນາແອັບໃນຮູບແບບ Native App ຫຼື Hybrid App.
- ເຄື່ອງມື ແລະ ພາສາ: ເລືອກຕາມຄວາມຖະໜັດຂອງຜູ້ພັດທະນາ (ແນະນຳ Flutter).
- ການຮອງຮັບແພລັດຟອມ: ຮອງຮັບ Android, iOS ຫຼື ແພລັດຟອມອື່ນໆ (ຢ່າງໜ້ອຍໃຫ້ຮອງຮັບ Android) ແລະ ສາມາດອັບໂຫຼດຂຶ້ນຮ້ານຄ້າອອນລາຍໄດ້ (Play Store ຫຼື App Store).
- ຂະໜາດໜ້າຈໍ: ຮອງຮັບຂະໜາດໜ້າຈໍ 5 ນິ້ວ – 10 ນິ້ວ (Smart Phone – Tablet – Smart Board).
- ຖານຂໍ້ມູນ: ສາມາດໃຊ້ SQLite, Firebase, MongoDB, ຫຼື ອື່ນໆ.
- ການອອກແບບ UI-UX: ອອກແບບໃຫ້ສວຍງາມ ແລະ ໃຊ້ງານງ່າຍ.
- ຂະໜາດແອັບ: ຕ້ອງບໍ່ເກີນ 150MB.
- Library ເສີມ: ສາມາດນຳໃຊ້ Library ເສີມຕ່າງໆທີ່ໂຫຼດຈາກອິນເຕີເນັດມາໃຊ້ໃນການພັດທະນາໄດ້ (ທີ່ບໍ່ມີລິຂະສິດ).
- ຮູບແບບການສະແດງ: ການສະແດງຜົນໃນແອັບຕ້ອງເປັນແບບ Landscape (ແນວນອນ).
- ການເຊື່ອມໂຍງ: ແອັບສາມາດນຳເຂົ້າມາໃຊ້ງານຮ່ວມກັບແອັບ “ຫ້ອງຮຽນເອເລັກໂຕຣນິກ 1 ຫຼື AE E-Classroom E3.1 Lao” ໄດ້.
- ການເກັບກຳຂໍ້ມູນ: ມີການເກັບກຳຂໍ້ມູນ ແລະ ປະຫວັດການຫຼິ້ນຂອງຜູ້ໃຊ້.
- ການນຳໃຊ້ແບບ Offline: ແອັບສາມາດໃຊ້ງານໄດ້ໃນສະຖານະການທີ່ບໍ່ມີອິນເຕີເນັດ.
- ເປົ້າໝາຍຜູ້ໃຊ້: ຄູ ແລະ ນັກຮຽນທີ່ບໍ່ມີປະສົບການການນຳໃຊ້ເຄື່ອງໄອຊີທີມາກ່ອນ, ດັ່ງນັ້ນການອອກແບບຕ້ອງຄຳນຶງເຖິງຈຸດນີ້.
ຂອບເຂດຂອງເນື້ອໃນ
ແອັບຈະມີ 25 ຟັງຊັນ (ອີງຕາມເນື້ອໃນປຶ້ມແບບຮຽນວິຊາພາສາລາວ ປີທີ 2 ສະບັບປີ 2020 ນັບແຕ່ບົດທີ 1 – ບົດທີ 29) ເຊິ່ງມີຫົວຂໍ້ ແລະ ຈຸດປະສົງດັ່ງນີ້:
- ຟັງຊັນທີ 01: ຟັງ ແລະ ເວົ້າຊື່ຮູບພາບ
- ຟັງຊັນທີ 02: ເວົ້າຊື່ ແລະ ອອກສຽງ
- ຟັງຊັນທີ 03: ອ່ານຄໍາສັບ
- ຟັງຊັນທີ 04: ຫັດຂຽນງາມ
- ຟັງຊັນທີ 05: ອ່ານ ແລະ ຫຼິ້ນເກມຊອກຫາຄໍາສັບ
- ຟັງຊັນທີ 06: ອ່ານ ແລະ ບອກຄໍາສັບ
- ຟັງຊັນທີ 07: ປະກອບຕົວອັກສອນ
- ຟັງຊັນທີ 08: ເບິ່ງຮູບພາບແລ້ວບອກຄວາມໝາຍ
- ຟັງຊັນທີ 09: ອ່ານບົດເລື່ອງ
- ຟັງຊັນທີ 10: ຕອບຄໍາຖາມ
- ຟັງຊັນທີ 11: ຈັດລຽງຄວາມໝາຍຂອງຮູບພາບ
- ຟັງຊັນທີ 12: ຈັດລຽງຂັ້ນຕອນ ແລະ ປະໂຫຍກ
- ຟັງຊັນທີ 13: ຕື່ມຄໍາສັບໃສ່ບ່ອນວ່າງ
- ຟັງຊັນທີ 14: ອ່ານນິທານ
- ຟັງຊັນທີ 15: ອ່ານປຶ້ມອ່ານເສີມ
- ຟັງຊັນທີ 16: ຕາຕະລາງພະຍັນຊະນະ
- ຟັງຊັນທີ 17: ຕາຕະລາງສະຫຼະ
- ຟັງຊັນທີ 18: ບົດທົດສອບການຟັງ
- ຟັງຊັນທີ 19: ສັງລວມຮູບພາບໃນແຕ່ລະບົດ
- ຟັງຊັນທີ 20: ສັງລວມສຽງໃນແຕ່ລະບົດ
- ຟັງຊັນທີ 21: ສັງລວມຄໍາສັບໃນແຕ່ລະບົດ
- ຟັງຊັນທີ 22: ຫັດພິມຄໍາສັບ
- ຟັງຊັນທີ 23: ຈັບຄູ່ຄໍາສັບຕາມສຽງທີ່ໄດ້ຍິນ
- ຟັງຊັນທີ 24: ຈັບຄູ່ຮູບພາບຕາມສຽງທີ່ໄດ້ຍິນ
- ຟັງຊັນທີ 25: ກະດານຂຽນ
Contact Details
Contact Person:
Suliya VONGCHANTHALANGSYPhone:
+ 856 20 55755991Email:
souliya.vongchanthalangsy@action-education.orgAdditional Information
For anyone or any company interested, you can download the application form below.
ສຳລັບທ່ານໃດ ຫລື ບໍລິສັດ ມີຄວາມສົນໃຈ ສາມາດດາວໂຫລດ ແບບຟອມສະໝັກຢູ່ດ້ານລຸ່ມ