ພະນັກງານຮັກສາຄວາມປອດໄພ (ຍາມ)
ADRA Lao PDR

Details
Description
ປະກາດຮັບສະໝັກພະນັກງານ
ຕຳແໜ່ງ ພະນັກງານຮັກສາຄວາມປອດໄພ (ຍາມ)
ອົງການ ພັດທະນາ ແລະ ບັນເທົາທຸກ (ອາດຣາ) ປະຈຳ ສປປ ລາວ ໄດ້ຖືກຈົດທະບຽນເປັນ ອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດ (INGO) ໃນ ສປປ ລາວ ຕັ້ງແຕ່ປີ 1992 ໂດຍມີຈຸດເນັ້ນໜັກເພື່ອຊ່ວຍເຫຼືອຜູ້ດ້ອຍໂອກາດ ດ້ວຍການຫຼຸດຜ່ອນຄວາມທຸກຍາກຜ່ານໂຄງການພັດທະນາທີ່ຂັບເຄື່ອນດ້ວຍຊຸມຊົນ.
ອາດຣາ ກຳລັງຊອກຫາເພື່ອນຮ່ວມງານໃນຕຳແໜ່ງ: ພະນັກງານຮັກສາຄວາມປອດໄພ (ຍາມ) ປະຈຳຫ້ອງການນະຄອນຫຼວງວຽງຈັນ, ບ້ານ ສະພັງໝໍ້, ເມືອງ ໄຊເສດຖາ.
ພະນັກງານຮັກສາຄວາມປອດໄພ (ຍາມ): ເຮັດວຽກເຕັມເວລາ
ພະນັກງານຮັກສາຄວາມປອດໄພ (ຍາມ) ຕ້ອງເຮັດໜ້າທີ່ຮັກສາຄວາມປອດໄພໃຫ້ແກ່ຫ້ອງການ ແລະ ອຸປະກອນເຄື່ອງໃຊ້ຕ່າງໆ ແລະ ຮັກສາເກັບມ້ຽນໄວ້ເປັນຢ່າງດີ. ພະນັກງານຮັກສາຄວາມປອດໄພຈະໄດ້ຕັດຫຍ້າ, ກວາດໃບໄມ້, ເອົາຂີ້ເຫຍື່ອອອກໄວ້ເພື່ອຖິ້ມ, ອະນາໄມສາງມ້ຽນເຄື່ອງ ແລະ ຮັກສາເກັບມ້ຽນເຄື່ອງຂອງຕ່າໆຂອງຫ້ອງການ.
ເງື່ອນໄຂການຄັດເລືອກ
- ຕ້ອງການຜູ້ທີ່ມີປະສົບການໃນການເປັນພະນັກງານຮັກສາຄວາມປອດໄພມາກ່ອນ
- ຕ້ອງມີຄວາມຕື່ນຕົວ ແລະ ຮັບຮູ້ສະພາບການຂອງຫ້ອງການຢ່າງໄວວາ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ພະນັກງານ ແລະ ອຸປະກອນເຄື່ອງໃຊ້ຕ່າງໆ
- ເປັນຄົນອັດທະຍາໃສດີ, ດຸໝັ່ນ, ເຊື່ອຖືໄດ້ ແລະ ເປັນຄົນຊື່ສັດ
- ຕ້ອງມີອາຍຸ 18ປີຂຶ້ນໄປ
- ສາມາດເຮັດວຽກ 7ຄືນຕໍ່ອາທິດໄດ້, ເວລາ 17:00ໂມງ – 8:00ໂມງຕອນເຊົ້າ
ຜູ້ທີ່ສົນໃຈກະລຸນາຕິດຕໍ່ ນາງ ກຸ້ງ ກວ້າງບຸນຍະລາດ ເບີໂທ: 020 22788299. ກະລຸນາໃຫ້ບຸກຄົນອ້າງອີງ 3 ຄົນ. ປິດຮັບສະໝັກ ວັນທີ 9 ກໍລະກົດ 2025. ອາດຣາ ຊຸກຍູ້ໃຫ້ແມ່ຍິງທີ່ມີປະສົບການ, ຄົນພິການ ຫຼື ຄົນຊົນເຜົ່າສະໝັກ.
ໝາຍເຫດ: ພວກເຮົາຈະຄັດເລືອກທຸກໆວັນຕາມໃບສະໝັກທີ່ໄດ້ຮັບມາ ແລະ ອາດຈະມີການເລືອກຜູ້ທີ່ເໝາະສົມກັບຕຳແໜ່ງນີ້ກ່ອນມື້ປິດຮັບສະໝັກ ດັ່ງນັ້ນແນະນຳໃຫ້ຜູ້ທີ່ສົນໃຈໃຫ້ຮີບຮ້ອນສົ່ງໃບສະໝັກຂອງຕົນມາໄວໄວເດີ້. ສະເພາະຜູ້ສະໝັກທີ່ຖືກຄັດເລືອກເທົ່ານັ້ນທີ່ຈະຖືກຕິດຕໍ່ເພື່ອສໍາພາດ.