ພະນັກງານຂັບລົດ
Plan International Laos

Details
Description
ຮັບສະໝັກພະນັກງານ
ອົງການແພລນສາກົນ ແມ່ນອົງການຈັດຕັ້ງສາກົນທີ່ຊ່ວຍເຫຼືອດ້ານມະນຸດສະທຳ ແລະ ການພັດທະນາ ໂດຍເນັ້ນໜັກໃສ່ການເສີມສ້າງຄວາມກ້າວໜ້າດ້ານສິດທິເດັກນ້ອຍ ແລະ ຄວາມເທົ່າທຽມດ້ານບົດບາດຍິງ-ຊາຍ, ປະຈຸບັນພວກເຮົາເຮັດວຽກຢູ່ 04 ແຂວງ: ນະຄອນຫຼວງວຽງຈັນ, ບໍ່ແກ້ວ, ອຸດົມໄຊ ແລະ ສາລະວັນ ໃນຂະແໜງການສາທາລະນະສຸກ, ການສຶກສາ, ການພັດທະນາໄວໜຸ່ມ ແລະ ພັດທະນາຊີວິດການເປັນຢູ່.
ຕຳແໜ່ງ: ພະນັກງານຂັບລົດ, 1 ຕຳແໜ່ງ (ປະຈໍາຢູ່ ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ)
ໜ້າທີ່ຮັບຜິດຊອບຫຼັກ:
- ກວດກາສະພາບລົດໃຫ້ມີຄວາມພ້ອມ (ສະອາດ ແລະ ເປັນລະບຽບຮຽບຮ້ອຍ) ພ້ອມໃຊ້ງານ.
- ກວດກາອຸປະກອນຕ່າງໆເຊັ່ນ: ຊຸດປະຖົມພະຍາບານເບື້ອງຕົ້ນ ແລະ ເຄື່ອງມືຕ່າງໆທີ່ຈຳເປັນກ່ອນອອກເດີນທາງ.
- ດູແລຜູ້ໂດຍສານທຸກຄົນໃຫ້ປະຕິບັດຕາມຄໍາແນະນໍາຄວາມປອດໄພການນໍາໃຊ້ຍານພາຫະນະຂອງອົງການ.
- ຮັບຜິດຊອບໃນການບັນທຶກຂໍ້ມູນ ກ່ຽວກັບການນຳໃຊ້ລົດ, ກວດກາລົດປະຈຳວັນ ແລະ ການເຕີມນໍ້າມັນລົດເປັນປະຈຳ.
- ໃຫ້ຄໍາປຶກສາຫາລືກັບທີມງານກ່ຽວກັບບັນຫາທາງດ້ານເຕັກນິກພາຫະນະ ແລະ ກວດກາສະພາບລົດໃຫຍ່ ແລະ ລົດຈັກໃຫ້ພ້ອມໃຊ້ງານ.
- ສະໜັບສະໜູນວຽກງານບໍລິຫານເຊັ່ນ: ຮັບ/ສົ່ງ ເອກະສານ, ຈັດສົ່ງເຄື່ອງລົງພາກສະໜາມ, ຊ່ວຍວຽກທົ່ວໄປພາຍໃນຫ້ອງການ.
- ສະໜັບສະໜູນວຽກງານອື່ນໆຕາມການມອບໝາຍຈາກຫົວໜ້າສາຍງານ.
ເງື່ອນໄຂຂອງຜູ້ສະໝັກ:
- ລະດັບການສຶກສາ ມັດທະຍົມຕອນປາຍຂື້ນໄປ.
- ມີໃບຂັບຂີ່ລົດໃຫຍ່ ແລະ ປະສົບການໃນການຂັບລົດ 2-3 ປີ ໃນສະພາບເສັ້ນທາງທີ່ຫຍຸ້ງຫຍາກໃນເຂດທ້ອງຖິ່ນ.
- ມີຄວາມຮູ້ ແລະ ທັກສະໃນການສ້ອມແປງລົດຂັ້ນພື້ນຖານ.
- ມີຄວາມຫ້າວຫັນ, ມີວິໄນ ແລະ ອົດທົນຕໍ່ໜ້າທີ່ວຽກງານ.
- ສາມາດສື່ສານ ພາສາອັງກິດໄດ້ເລັກນ້ອຍ.
- ສາມາດເຮັດວຽກໃນວັນພັກ ເສົາ ແລະ ອາທິດ ຫຼື ວັນພັກລັດຖະການໄດ້ຕາມຄວາມຮຽກຮ້ອງຕ້ອງການຂອງໜ້າວຽກ.
- ມີຄວາມຮັບຜິດຊອບສູງ ແລະ ຮັກໃນອາຊີບການໃຫ້ການບໍລິການລົດຮັບສົ່ງ.
ທຸກໆຕໍາແໜ່ງຂອງອົງການແພລນແມ່ນ:
- ມີຄວາມມຸ້ງໝັ້ນທາງດ້ານຄວາມສະເໝີພາບທາງດ້ານສິດທິ ແລະ ການມີສ່ວນຮ່ວມຂອງເດັກຍິງ ແລະ ແມ່ຍິງ.
- ມີຄວາມມຸ້ງໝັ້ນທາງດ້ານສິດທິເດັກ.
- ອົງການແພລນຈະບໍ່ຍອມໃຫ້ມີການທາລຸນເດັກ. ຜູ້ທີ່ຖືກຄັດເລືອກເປັນພະນັກງານຂອງອົງການແພລນຈະຕ້ອງໄດ້ປະຕິບັດນະໂຍບາຍດ້ານການປົກປ້ອງເດັກເຊີ່ງລວມທັງການກວດສອບປະຫວັດການເຮັດວຽກຜ່ານມາ.
Contact Details
Additional Information
ເອກະສານປະກອບໃນການສະໝັກ:
- ໜັງສືສະເໜີຂໍສະໝັກງານ
- ຊີວະປະຫວັດຜູ້ສະໝັກ
- ກັອບປີ້ໃບປະກາດ, ໃບຄະແນນ, ໃບຜ່ານງານ
- ກັອບປີ້ປຶ້ມສຳມະໂນຄົວ ຫຼື ບັດປະຈຳຕົວ ແລະ ໃບຂັບຂີ່.
ບ່ອນສົ່ງເອກະສານສະໝັກງານ:
ອົງການແພລນ ສາກົນ ປະຈໍາ ສປປ ລາວ
ຫ້ອງການປະຈຳແຂວງບໍ່ແກ້ວ, ບ້ານ ອຸດົມ, ເມືອງ ຫ້ວຍຊາຍ, ແຂວງ ບໍ່ແກ້ວ, ເບີໂທລະສັບ: 084 212 321
ອີເມວ: PlanLaos.JobVacancies@plan-international.org
ປິດຮັບສະໝັກວັນທີ: 21 ພຶດສະພາ 2025
ມີພຽງຜູ້ທີ່ຖືກຄັດເລືອກ ເຂົ້າສຳພາດເທົ່ານັ້ນຈະໄດ້ຮັບການຕິດຕໍ່ຫາເພື່ອການນັດໝາຍໃນການສຳພາດ.