ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ ບໍລິການຫ້ອງພັກຂອງໂຮງແຮມ
ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ
ບໍລິການຫ້ອງພັກຂອງໂຮງແຮມ
ອົງການແພລນສາກົນ ແມ່ນອົງການສາກົນທີ່ພັດທະນາຊຸມຊົນໂດຍຖືເອົາ ເດັກນ້ອຍເປັນໃຈກາງ ພວກເຮົາຊ່ວຍເຫຼືອເດັກທຸກຍາກຢູ່ຫຼາຍປະເທດທີ່ກຳລັງພັດທະນາໃນທົ່ວໂລກ. ປັດຈຸບັນອົງການແພລນ ສາກົນປະຈໍາ ສປປ ລາວ ກໍາລັງຈັດຕັ້ງປະຕິບັດໂຄງການຢູ່ 3 ແຂວງ: ແຂວງ ບໍ່ແກ້ວ, ອຸດົມໄຊ ແລະ ສາລະວັນ ແລະ ມີຫ້ອງການໃຫຍ່ຢູ່ນະຄອນຫຼວງວຽງຈັນ. ໃນແຕ່ລະປີອົງການແພລນໄດ້ມີການໃຊ້ບໍລິການຫ້ອງພັກ ແລະ ລົດຮັບສົ່ງໃຫ້ແກ່ພະນັກງານ ແລະ ແຂກຂອງອົງການທີ່ໄດ້ມາຢ້ຽມຢາມໂຄງການເປັນຈໍານວນຫຼາຍ. ສະນັ້ນ, ອົງການແພລນສາກົນ ປະຈຳ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາໂຮງແຮມທີ່ມີປະສົບການທີ່ສົນໃຈສະໜອງການບໍລິການດັ່ງກ່າວ ປະກອບເອກະສານສົມທຽບລາຄາ ຕາມລາຍລະອຽດ ແລະ ເງື່ອນໄຂດັ່ງລຸ່ມນີ້:
- ສຳເນົາ ທະບຽນວິສາຫະກິດ ແລະ ໃບອະນຸຍາດດຳເນີນທຸລະກິດ ທີ່ຍັງໃຊ້ໄດ້ 1 ຊຸດ
- ສຳເນົາ ໃບເສຍພາສີອາກອນປະຈໍາປີ 2024 1 ຊຸດ
- ເອກະສານອື່ນໆ ແມ່ນໃຫ້ປະກອບຕາມເງື່ອນໄຂໃນເອກະສານຂັດຕິດ
ບັນດາໂຮງແຮມທີ່ມີຄວາມສົນໃຈກະລຸນາເຂົ້າມາເອົາແບບຟອມສົມທຽບລາຄາ ແລ້ວປະກອບເອກະສານສົ່ງຫາຫ້ອງການອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້.
ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 25 ເມສາ 2025
ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ
ເຮືອນເລກທີ 203, ໜ່ວຍ 10, ບ້ານ ໂພນສີນວນ, ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ ສປປ ລາວ
ໂທ: + 856 (0) 21 353 409 -11, ແຟັກ: + 856 (0) 21 313 512
ໝາຍເຫດ:
- ເອກະສານ ແລະ ຂໍ້ມູນຖືກຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ.
- ເອກະສານທີ່ທາງບໍລິສັດໄດ້ສົ່ງຫາ ອົງການແລ້ວບໍ່ສາມາດຖອນຄືນໄດ້.