ວິຊາການສົ່ງເສີມກະສິກໍາ (ປູກຝັງ-ລ້ຽງສັດ)
ADRA Lao PDR

Details
Description
ຮັບສະໝັກເພື່ອນຮ່ວມງານ
ວິຊາການສົ່ງເສີມກະສິກໍາ (ປູກຝັງ–ລ້ຽງສັດ) ປະຈຳຢູ່ຫ້ອງການ ເມືອງໝອກ ແຂວງຊຽງຂວາງ
ອົງການພັດທະນາ ແລະ ບັນເທົາທຸກ (ADRA) ປະຈໍາ ສປປ ລາວ ແມ່ນອົງການຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ມີເຄືອຂ່າຍຢູ່ຫຼາຍກ່ວາ 120 ປະເທດທົ່ວໂລກ. ນັບຕັ້ງແຕ່ໄດ້ຮັບອະຍາດດໍາເນີນງານໃນປີ 1992 ເປັນຕົ້ນມາ, ອົງການ ADRA ປະຈໍາ ສປປ ລາວ ໄດ້ເຄື່ອນໄຫວຈັດຕັ້ງປະຕິບັດໂຄງການຊ່ວຍລ້າຫຼາຍກວ່າ 150 ໂຄງການ ກວມເອົາ 13 ແຂວງທົ່ວປະເທດ, ໂດຍສຸມໃສ່ ການປັບປຸງຊີວິດການເປັນຢູ່ ແລະ ການສົ່ງເສີມກະສິກຳ, ສຸຂະພາບ ແລະ ການຫຼຸດຜ່ອນການປ່ຽນແປງດິນຟ້າອາກາດ. ນອກຈາກນີ້ ອົງການ ADRA ປະຈໍາ ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອດ້ານການຄຸ້ມຄອງໄພພິບັດ ໂດຍອີງໃສ່ການສະໜັບສະໜູນ ແລະ ຮ່ວມມືຢ່າງໃກ້ຊິດກັບອຳນາດການປົກຄອງທ້ອງຖິ່ນ.
ນອກຈາກຜູ້ໃຫ້ທຶນອື່ນໆແລ້ວ ໃນປະຈຸບັນ ອົງການ ADRA ປະຈໍາ ສປປ ລາວ ໄດ້ຮັບທຶນເພື່ອຈັດຕັ້ງປະຕິບັດໂຄງການສົ່ງເສີມສຸຂະພາບ ແລະ ໂພຊະນາການແບບເຊື່ອມສານເມືອງໝອກ (INHIM) ຈາກ Canadian Foodgrains Bank ແລະ ອົງການ ADRA Canada ເພື່ອແກ້ໄຂບັນຫາການຂາດໂພຊະນາການຜ່ານການຮ່ວມມືກັບຫຼາຍຂະແໜງການ ແລະ ການຈັດຕັ້ງປະຕິບັດມາດຕະການທາງກົງ-ທາງອ້ອມ ຕິດພັນກັບການສົ່ງເສີມບົດບາດຍິງຊາຍ ແລະ ການມີສ່ວນຮ່ວມ ເພື່ອສົ່ງເສີມໃຫ້ສຸຂະພາບ ແລະ ໂພຊະນາການຂອງກຸ່ມເປົ້າໝາຍດີຂຶ້ນ ໂດຍສະເພາະແມ່ນແມ່ຍິງໄວຈະເລີນພັນ, ເດັກລຸ່ມ 05 ປີ ແລະ ໄວໜຸ່ມ ໃນ 20 ບ້ານເປົ້າໝາຍຂອງເມືອງໝອກ, ແຂວງຊຽງຂວາງ.
ເພື່ອຈັດຕັ້ງປະຕິບັດໂຄງການດັ່ງກ່າວນີ້ໃຫ້ບັນລຸຜົນ ອົງການ ADRA ປະຈໍາ ສປປ ລາວ ກຳລັງຊອກຫາບຸກຄົນທີ່ມີຄວາມຕັ້ງໃຈ ແລະ ມີຄຸນສົມບັດທີ່ເໝາະສົມ ເພື່ອເຂົ້າຮ່ວມທີມຂອງພວກເຮົາໃນຕໍາແໜ່ງ ວິຊາການສົ່ງເສີມກະສິກໍາ (ປູກຝັງ–ລ້ຽງສັດ) ປະຈຳຢູ່ຫ້ອງການ ເມືອງໝອກ ແຂວງຊຽງຂວາງ:
ວິຊາການສົ່ງເສີມກະສິກໍາ (ປູກຝັງ–ລ້ຽງສັດ)
ວິຊາການສົ່ງເສີມກະສິກໍາ (ປູກຝັງ–ລ້ຽງສັດ) ຮັບຜິດຊອບວຽກເຕັກນິກ ແລະ ບໍລິຫານທີ່ຕິດພັນກັບຕໍາແໜ່ງຂອງຕົນ ລວມທັງການຈັດຕັ້ງປະຕິບັດ ແລະ ປະສານງານ ກິດຈະກຳປູກຝັງ-ລ້ຽງສັດ ຂອງໂຄງການ INHIM, ປະສານງານກັບຄູ່ຮ່ວມງານ ແລະ ພາກລັດ, ຂຽນບົດລາຍງານ, ວຽກເຄືອຄ່າຍ, ແລະ ວຽກຕິດຕາມ-ປະເມີນຜົນ.
ເງື່ອນໄຂການຄັດເລືອກ
- ຈົບປະລິນຍາຕີສາຂາປູກຝັງ, ລ້ຽງສັດ, ພັດທະນາຊຸມຊົນ, ພັດທະນາຊົນນະບົດ ຫຼື ສາຂາອື່ນທີ່ກ່ຽວຂ້ອງ
- ມີປະສົບການເຮັດວຽກຢ່າງໜ້ອຍ 3 ປີ ຮ່ວມກັບອົງການຈັດຕັ້ງສາກົນ ໃນການນຳໃຊ້ຄວາມຊຳນິຊຳນານ-ເຕັກນິກ ພາກສະໜາມ
- ມີທັກສະການສື່ສານທີ່ດີ, ເຮັດວຽກເປັນທີມໄດ້ດີ ແລະ ສາມາດເຂົ້າກັບເພື່ອນຮ່ວມງານ, ຫົວໜ້າສາຍງານ, ແລະ ຄູ່ຮ່ວມງານຂອງໂຄງການ.
- ສາມາດເຮັດວຽກແບບອິດສະຫຼະໄດ້, ຮູ້ຈັກວາງແຜນ, ຈັດບຸລິມະສິດ, ແກ້ໄຂບັນຫາ ແລະ ມີຄວາມຮັບຜິດຊອບສູງໃນການຕັດສິນໃຈ ໃນຂອບເຂດທີ່ຕົນໄດ້ຮັບມອບໝາຍ.
- ມີຄວາມຄ່ອງແຄ້ວໃນການນໍາໃຊ້ພາສາລາວ. ຖ້າຮູ້ພາສາຂະມຸ ຫຼື ພາສາມົ້ງ ແມ່ນຈະພິຈາລະນາພິເສດ.
- ມີຄວາມຊໍານານໃນການນຳໃຊ້ ໂປຣແກຣມ ໄມໂຄຼຊອບ ອອບຟິສ (Microsoft Office packages)
ເອກະສານສະໝັກ:
- ຈົດໝາຍສະໝັກວຽກ ໂດຍອະທິບາຍລະອຽດວ່າຕົນບັນລຸເງື່ອນໄຂຂ້າງເທິງແນວໃດ ພ້ອມທັງແຮງຈູງໃຈ ຕໍ່ຕຳແໜ່ງດັ່ງກ່າວ.
- ຊີວະປະຫວັດຫຼ້າສຸດ ພ້ອມທັງລະບຸຜູ້ອ້າງອີງທີ່ເຊື່ອຖືໄດ້ 3 ທ່ານ.
- ໃບຢັ້ງຢືນຕ່າງໆ ແລະ ເອກະສານອື່ນໆທີ່ກ່ຽວຂ້ອງ.
ສະໝັກຜ່ານລິ້ງ: https://forms.gle/uw9bDGcXsvRmkWD26
ລາຍລະອຽດໜ້າວຽກ:
https://drive.google.com/file/d/1s632S4lDyi6tkR9R-1VSmjujYXfbm21p/view?usp=sharing
ປິດຮັບສະໝັກ 21 ເມສາ 2025
ອົງການ ADRA ສະໜັບສະໜຸນຜູ້ສະໝັກທີ່ເປັນເພດແມ່ຍິງ, ຄົນພິການ ແລະ ຄົນຊົນເຜົ່າທີ່ມີຄຸນສົມບັດເໝາະສົມ ແລະ ມີປະສົບການເຂົ້າມາສະໝັກ. ທ່ານທີ່ຕ້ອງການຂໍ້ມູນເພີ່ມ, ກະລຸນາຕິດຕໍ່ hr@adralaos.org ຫຼື ໂທ/WhatsApp 020 22788299.
ໝາຍເຫດ: ທາງອົງການຈະຕິດຕໍ່ຫາແຕ່ສະເພາະຜູ້ທີ່ຖືກຄັດເລືອກ ເຂົ້າຮ່ວມສາໍາພາດເທົ່ານັ້ນ.