ພະນັກງານວິຊາການ/ນັກສັງຄົມສົງເຄາະ

ອົງການບ້ານຈຸດສຸມສາກົນເປັນອົງການຈັດຕັ້ງສາກົນປະຈໍາ ສ ປປ ລາວ. ປະຈຸບັນຈະໄດ້ຈັດຕັ້ງປະຕິບັດໂຄງການ​ເສີມສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້ແກ່ພາກລັດຖະບານ, ອົງການຈັດຕັ້ງທາງສັງຄົມໃນຂັ້ນທອງຖິ່ນ ໃນການເຮັດວຽກຊ່ວຍເຫຼືອ ໄວໜຸ່ມ ແລະ ແຮງງານເຄື່ອນຍ້າຍ ຜູ້ທີ່ມີຄວາມສ່ຽງທີ່ຈະຖືກເຄາະຮ້າຍຂອງ ການຄ້າມະນຸດ. ມີຄວາມຕ້ອງການພະນັກງານຈໍານວນ 1 ຕໍາແຫນ່ງ. ຕໍາແຫນ່ງດັ່ງກ່າວແມ່ນຈະປະຈໍາຢູ່ ແຂວງ ສາລະວັນ

  1. ພະນັກງານວິຊາການ/ນັກສັງຄົມສົງເຄາະ

ຫນ້າທີ່ຮັບຜິດຊອບ

  • ປະສານງານກັບພາກລັດຖະບານເພື່ອຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກໍາຂອງໂຄງການ
  • ສ້າງແຜນກິດຈະກໍາ ແລະ ແຜນໃຊ້ຈ່າຍກ່ຽວກັບກິດຈະກໍາໂດຍອີງໃສ່ແຜນຂອງໂຄງການ
  • ຈັດກອງປະຊຸມ, ຝຶກອົບຮົມ ແລະ ກິດຈະກໍາໂຄສະນາ ການເຜີຍແຜ່ຂໍ້ມູນຂ່າວສານການເຄື່ອນຍ້າຍແຮງງານທີ່ປອດໄພ ແລະ ການຄ້າມະນຸດ
  • ລົງເກັບກໍາຂໍ້ມູນຄອບ​ຄົວ ​ແລະ ຊູ​ມຊົນ ໂດຍອີງຕາມແຜນຂອງໂຄງການ
  • ຊ່ວຍຜູ້ປະສານງານແຜນງານໃນການເປັນຄູຝຶກໃນການຝຶກອົບຮົມຕ່າງໆ

ຄຸນນະວຸດ ແລະ ປະສົບການ

  • ຈົບປະລິນຍາຕີທີ່ກ່ຽວຂອ້ງກັບການພັດທະນາ, ສັງຄົມສົງເຄາະ, ກົດໝາຍ ຫຼື ວິຊາອື່ນໆທີ່ກ່ຽວຂ້ອງ
  • ມີປະສົມການໃນການເຮັດວຽກກ່ຽວກັບການຄ້າມະນຸດ, ການເຄື່ອນຍ້າຍແຮງງານ ແລະ ບົດບາດຍິງຊາຍ, ການໃຊ້

ຄວາມຮຸນແຮງປະເດັນທີ່ກ່ຽວຂ້ອງຢ່າງຫນ້ອຍ 3 ປີ

  • ເຕັມໃຈ ແລະມັກທີ່ຈະເຮັດວຽກໃນການຊ່ວຍເຫລືອຜູ້​ເຄາະ​ຮ້າຍ​ຈາກການຄ້າມະນຸດ ແລະ ແຮງງານເຄື່ອນຍ້າຍ
  • ສາມາດຕິດຕໍ່ພົວພັນ ສື່ສານ ກັບພາກລັດ ແລະ ອົງການຈັດຕັ້ງສາກົນອື່ນໆທີ່ກ່ຽວຂ້ອງກັບໂຄງການເປັນຢ່າງດີ
  • ສາມາດນໍາໃຊ້ພາສາອັງກິດໄດ້ດີ ຈະພິຈາລະນາເປັນພິເສດ
  • ເຕັມໃຈ ແລະ ມັກໃນການເຮັດວຽກເປັນທີມ ແລະ ສາມາດປັບຕົວເຂົ້າເຂົ້າກັບສະຖານນະການ

ທ່ານໃດມີຄວາມສົນໃຈຢາກສະໝັກຕໍາແໜ່ງນີ້ ສາມາດສົ່ງຈົດໝາຍສະໝັກງານ, ຊີວະປະຫວັດຫຍໍ້ ມາທີ່ອົງການ

ບ້ານຈຸດສຸມສາກົນ ໂທຣ 021 – 312519. Email: phoutthakone@villagefocus.org ໝົດກໍານົດວັນທີ 10 /07/ 2022.

Attachments

Save & Share