ປະກາດຄືນ_ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ ຕູ້ຄອນເທັນເນີ

             ອົງການແພລນສາກົນ ປະຈຳ ສປປ ລາວ

      ປະກາດແຈ້ງການເຂົ້າຮ່ວມສົມທຽບລາຄາ

ອົງການແພລນສາກົນ ແມ່ນອົງການສາກົນທີ່ພັດທະນາຊຸມຊົນໂດຍຖືເອົາ ເດັກນ້ອຍເປັນໃຈກາງ ພວກເຮົາຊ່ວຍ ເຫຼືອເດັກທຸກຍາກ ໃນ 50 ປະເທດ ທີ່ກຳລັງພັດທະນາ ໃນທົ່ວໂລກ.

ປະຈຸບັນອົງການແພລນ ສາກົນປະຈໍາ ສປປ ລາວ ກໍາລັງຊອກຫາຕູ້ຄອນເທັນເນີ ທີ່ເປັນລັກສະນະແບບເຮືອນຄົບເຊັດ ຈຳນວນ 02 ໜ່ວຍ ຍອງກັນຂື້ນແບບສອງຊັ້ນ. ຕູ້ໜ່ວຍທີ່ໜຶ່ງແມ່ນໃຊ້ສຳລັບເກັບມ້ຽນເອກະສານ ແລະ ຕູ້ໜ່ວຍທີ່ສອງແມ່ນສຳລັບໃຊ້ເປັນສະຕູດີໂອ (ລາຍລະອຽດຕິດຄັດມານຳ) ອົງການແພລນສາກົນ ປະຈໍາ ສປປ ລາວ ຂໍຖືໂອກາດແຈ້ງເຊີນມາຍັງ ບັນດາບໍລິສັດ ຫຼື ຫ້າງຮ້ານຕ່າງໆທີ່ມີປະສົບການນການບໍລິການຕູ້ຄອນເທັນເນີ ທີ່ສົນໃຈປະກອບເອກະສານ ສົມທຽບລາຄານຳພວກເຮົາ.

ເງື່ອນໄຂ ແລະ ເອກະສານທີ່ຕ້ອງການ

  • ສຳເນົາ ທະບຽນວິສາຫະກິດ ແລະ ສຳ​ເນົາ ໃບອະນຸຍາດ​ດຳ​ເນີນ​ທຸລະ​ກິດ ທີ່ຍັງໃຊ້ໄດ້​           1 ຊຸດ
  • ສຳ​ເນົາ ໃບ​​ເສຍ​ພາສີ​ອາກອນປະຈໍາປີ           1 ຊຸດ
  • ໃບສະເໜີລາຄາ           1 ຊຸດ

ບັນດາບໍລິສັດ ຫຼື ຫ້າງຮ້ານ ທີມີຄວາມສົນໃຈ ກະລຸນາ ມາເບີ່ງສະຖານທີ່ ແລະ ຄິດໄລ່ຕາມຕົວຈິງ. ແລ້ວຈິ່ງປະກອບເອກະສານ ແລະ ສົ່ງຫາຫ້ອງການ ອົງການແພລນສາກົນ ປະຈຳ ສປປ ລາວ ດັ່ງທີ່ຢູ່ຂ້າງລຸ່ມນີ້. ມື້ສຸດທ້າຍໃນການຢື່ນເອກະສານສົມທຽບລາຄາແມ່ນບໍ່ໃຫ້ກາຍ 17:00 ໂມງແລງ ຂອງວັນທີ 07/10/2022.

ເຖິງ: ໜວຍງານບໍລິຫານ ແລະ ຈັດຊື້ ປະຈຳຫ້ອງການອົງການແພລນ

ຫ້ອງການອົງການແພລນປະຈໍານະຄອນຫລວງວຽງຈັນ

ເຮືອນເລກທີ 203, ບ. ໂພນສີນວນ ມ. ສີສັດຕະນາກ, ນະຄອນຫຼວງວຽງຈັນ  ສປປ ລາວ

ໂທຣ:  +856 (0) 21 353 409 -11

ອີແມວ: somkhith.vilasak@plan-international.org

ໝາຍເຫດ:

  • ການສະເໜີລາຄາຕູ້ຄອນເທັນເນີ ຕ້ອງເປັນບໍລິສັດທີ່ຍີນດີທີ່ຈະເຮັດສັນຍາໄລຍະຍາວ ກັບອົງການ, ຮັບແຊັກ (Check) ແລະ ສາມາດຕິດໜີ້ໄດ້. ຫຼັງຈາກສໍາເລັດ, ທາງພວກເຮົາຈະສຳລະພາຍຫຼັງ
  • ເອກະສານ ແລະ ຂໍ້ມູນ​ຖືກ​ຕ້ອງຕາມເງື່ອນໄຂ ຕ້ອງປົກປິດເປັນຄວາມລັບ ແລະ ບັນຈຸໃນຊອງທີ່ປິດຢ່າງສະນິດແໜ້ນ, ການຕື່ມລາຄາຄວນຄິດໄລ່ໃນຄອມພີວເຕີ ຫຼື ຂຽນກໍ່ໄດ້ ແຕ່ໃຫ້ລະອຽດ ແລະ ຫຼີ້ກເວັ້ນການເປື້ອນ ຫຼື ຕື່ມຜິດ (ຖ້າມີການຄິດໄລ່ຜິດພາດຈະບໍ່ໄດ້ພິລະນາຕາມເງື່ອນໄຂ).
  • ເອກະສານທີ່ທາງບໍລິສັດໄດ້ສົ່ງຫາ ອົງການແລ້ວບໍ່ສາມາດຖອນຄືນໄດ້.

Attachments

Save & Share